ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກມອບໃບຢັ້ງຢືນເປັນ
ປູຊະນີຍະສະຖານລະດັບຊາດພິເສດໃຫ້ວິຫານຈ້າງຈີ່ງ
(ພາບ: phapluatplus.vn)
|
(vovworld) – ຕອນຄຳ່ວັນທີ 7/1, ຢູ່ຕາແສງ ລີ໋ຮອກ, ເມືອງ ຫວີງບ໋າວ, ນະຄອນ ຫາຍຟ່ອງ, ເຊິ່ງແມ່ນບ້ານເກີດເມືອງນອນຂອງ ຈ້າງຈີ່ງ ຫງວຽນບີ໋ງຄຽມ, ຄະນະກຳມະການປະຊາຊົນນະຄອນ ຫາຍຟ່ອງ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 430 ປີແຫ່ງວັນມໍລະນະກຳຂອງຈ້າງຈີ່ງ ຫງວຽນບີ໋ງຄຽມ (1491 – 1585) ແລະ ຕ້ອນຮັບໃບຢັ້ງຢືນວິຫານ ຈ້າງຈີ່ງ ແມ່ນປູຊະນີຍະສະຖານລະດັບຊາດພິເສດ. ທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມອບໃບຢັ້ງຢືນນີ້ໃຫ້ແກ່ຄະນະກຳມະການປະຊາຊົນນະຄອນ ຫາຍຟ່ອງ.
ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮຽກຮ້ອງໃຫ້ນະຄອນ ຫາຍຟ່ອງ ປົກປັກຮັກສາ, ເສີມຂະຫຍາຍ ບັນດາຄຸນຄ່າດ້ານແນວຄິດ ແລະ ມໍລະດົກຂອງນັກວັດທະນະທຳ ຫງວຽນບີ໋ງຄຽມ. ວຽກງານດັ່ງກ່າວໄດ້ປະກອບສ່ວນຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ - ສັງຄົມແບບຍືນຍົງ ແລະ ອະນຸລັກຮັກສາຄຸນຄ່າຂອງເຂດປູຊະນີຍະສະຖານເພື່ອປະກອບສ່ວນດຶງດູດແຂກທ່ອງທ່ຽວ, ເສີມຂະຫຍາຍມໍລະດົກວັດທະນະທຳຂອງນັກວັດທະນະທຳ ຫງວຽນບີ໋ງຄຽມ, ສະສົມ, ຄົ້ນພົບ ບັນດາເອກະສານກ່ຽວກັບເພີ່ນ ແລະ ຢັ້ງຢືນທີ່ຕັ້ງບົດບາດຂອງເພີ່ນທີ່ມີຕໍ່ການພັດທະນາຂອງປະເທດຊາດ. ທ່ານຮອງນາຍົກລັດຖະມົນຕີ ຢັ້ງຢືນວ່າ: ພັກ, ລັດ ແລະ ປະຊາຊົນທົ່ວປະເທດປາຖະໜາຢາກປົກປັກຮັກສາບັນດາຄຸນຄ່ານີ້ໄວ້ເພື່ອປະກອບສ່ວນສ້າງພື້ນຖານວັດທະນະທຳ ຫວຽດນາມ ທີ່ກ້າວໜ້າ, ເຂັ້ມຂົ້ນໄປດ້ວຍສີສັນຊາດ.