ທ່ານ ຫງວຽນຊວນຟຸກ ເຮັດວຽກກັບການນຳແຂວງ ກາເມົາ
(ພາບ: VGP/LeSon)
(vovworld) – ຕອນບ່າຍວັນທີ 24/10, ທ່ານ ຫງວຽນຊວນຟຸກ ຮອງນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບຜູ້ຕາງໜ້າການນຳບັນດາກະຊວງ, ຂະແໜງຂັ້ນສູນກາງ ໄດ້ເຮັດວຽກກັບການນຳແຂວງ ກາເມົາ ກ່ຽວກັບສະພາບການເສດຖະກິດ - ສັງຄົມ ໃນ 9 ເດືອນຕົ້ນປີ ແລະ ບາງໜ້າທີ່ຕົ້ນຕໍໃນ 3 ເດືອນທ້າຍປີ 2015. ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງຄວາມມານະພະຍາຍາມຂອງແຂວງ ກາເມົາ ໃນ 9 ເດືອນຜ່ານມາ ແລະ ຮຽກຮ້ອງບັນດາກະຊວງ, ຂະແໜງການຂັ້ນສູນກາງ ຄົ້ນຄວ້າ, ພິຈາລະນາໜູນຊ່ວຍແກ້ໄຂບັນດາຄວາມຫຍຸ້ງຍາກໃຫ້ທ້ອງຖິ່ນ, ພິເສດແມ່ນຍູ້ໄວຄວາມຄືບໜ້າການປະຕິບັດບັນດາໂຄງການຈຸດສຸມຂອງແຂວງ. ພ້ອມກັນນັ້ນ ທ່ານຮອງນາຍົກລັດຖະມົນຕີ ສະເໜີແຂວງ ກາເມົາ ສຸມໃສ່ເຮັດສຳເລັດແຜນຮ່າງສ້າງໂຄງປະກອບເສດຖະກິດຄືນໃໝ່ຕິດພັນກັບການຫັນປ່ຽນຮູບແບບການເຕີບໂຕຕາມທິດຍົກສູງຄຸນນະພາບ, ມີປະສິດທິຜົນ ແລະ ຄວາມສາມາດແກ່ງແຍ້ງ.
ແລະກໍ່ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມ ແລະ ຊີ້ນຳກອງປະຊຸມໃຫຍ່ແຂ່ງຂັນຮັກຊາດຄັ້ງທີ 5 ແຂວງ ກາເມົາ ໄລຍະ 2011 – 2015.