ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ
ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: ThuHang)
(vovworld) – ຕອນເຊົ້າວັນທີ 05/01, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມ ແລະ ຊີ້ນຳກອງປະຊຸມໂດຍກົງທາງເຄືອຂ່າຍອິນເຕີແນັດສະຫລຸບວຽກງານກວດກາປີ 2015 ແລະ ຜັນຂະຫຍາຍໜ້າທີ່ວຽກງານປີ 2016. ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮຽກຮ້ອງບັນດາກະຊວງ, ຂະແໜງການ ແລະ ຄະນະກຳມະການປະຊາຊົນແຂວງ, ນະຄອນຄວນເອົາໃຈໃສ່ຊີ້ນຳ, ປະຕິບັດບັນດາໜ້າທີ່ວຽກງານກວດກາເປັນຢ່າງດີ, ແກ້ໄຂການຮ້ອງທຸກ, ກ່າວໂທດ, ປ້ອງກັນ, ຕ້ານການສໍ້ລາດບັງຫລວງ, ແກ້ໄຂບັນດາຂໍ້ສະເໜີໃຫ້ທັນການ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີຂະແໜງກວດກາຜັນຂະຫຍາຍການປະຕິບັດຢ່າງເຂັ້ມງວດ, ມີປະສິດທິຜົນໃນວຽກງານຕ້ອນຮັບພົນລະເມືອງ, ແກ້ໄຂການຮ້ອງທຸກ, ກ່າວໂທດ, ແກ້ໄຂ ແລະ ຊີ້ນຳໃຫ້ທັນການ, ຖືກກັບກົດໝາຍ, ບໍ່ປະໃຫ້ເກີດເຫດທີ່ເຄັ່ງຮ້ອນ.