ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມໃຫຍ່ແຂ່ງຂັນຮັກຊາດແຂວງທາຍບິ່ງ
(ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກ
ເຂົ້າຮ່ວມກອງປະຊຸມໃຫຍ່ແຂ່ງຂັນຮັກຊາດແຂວງທາຍບິ່ງ)
(vovworld) – ກ່າວຄຳເຫັນທີ່ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດແຂວງທາຍບິ່ງ, ໃນຕອນເຊົ້າວັນທີ 26/09, ທ່ານ ຫງວຽນຊວນຟຸກ, ຮອງນາຍົກລັດຖະມົນຕີ, ໄດ້ຍ້ອງຍໍບັນດາໝາກຜົນເຊິ່ງແຂວງທາຍບິ່ງ ບັນລຸໄດ້ໃນຂະບວນການແຂ່ງຂັນໃນຕະຫຼອດໄລຍະ 5 ປີຜ່ານມາ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ, ແຂວງ ທາຍບິ່ງ ຕ້ອງປຸກລະດົມບັນດາຂະບວນການແຂ່ງຂັນ, ບໍ່ພຽງແຕ່ຕິດພັນກັບໜ້າທີ່ການເມືອງເທົ່ານັ້ນ, ຫາກຍັງເລີ່ມຈາກຄວາມມຸ່ງມາດປາດຖະໜາ, ຄວາມຫວັງ ແລະ ຜົນປະໂຫຍດຢ່າງແທດຈິງຂອງປະຊາຊົນອີກດ້ວຍ.
“ຕ້ອງປະຕິບັດໜ້າທີ່ສຳຄັນຂອງທ້ອງຖິ່ນຢ່າງແທດຈິງ, ພິເສດແມ່ນບັນຫາຊົນນະບົດໃໝ່, ສ້າງສະພາບແວດລ້ອມແກ່ງແຍ້ງ, ປະຕິຮູບດ້ານບໍລິຫານ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພສັງຄົມ, ໂດຍສະເພາະແມ່ນຂະບວນການຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່. ພວກເຮົາຕ້ອງແຂ່ງຂັນເຊິ່ງກັນແລະກັນ ເພື່ອສ້າງສະພາບແວດລ້ອມແກ່ງແຍ້ງຢ່າງປອດໄສ ຢູ່ໃນແຂວງ, ເພື່ອໃຫ້ທຸກຄົນພ້ອນກັນພັດທະນາ, ຜູ້ໃດມາແຂວງທາຍບິ່ງ, ໂດຍສະເພາະແມ່ນບັນດານັກລົງທຶນ, ວິສາຫະກິດຢູ່ທາຍບິ່ງ ແລະ ບັນດາວິສາຫະກິດແຫ່ງອື່ນນອກແຂວງທາຍບິ່ງ ກໍເຫັນໄດ້ວ່າ ຕົນເອງໄດ້ຮັບຄວາມເອົາໃຈໃສ່.”