ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມພິທີລະນຶກວັນເຖິງແກ່ມໍລະນະກຳຂອງທ່ານໝໍເລຮືວຈາກ
ຮູບປັ້ນ ທ່ານໝໍມີຊື່ສຽງ ຫາຍເທື້ອງຫຼານອົງ ເລຮືວຈາກ
(ພາບປະກອບ)
|
(vovworld) – ຕອນເຊົ້າວັນທີ 21/2, ຢູ່ຕາແສງ ເຊີນຈູງ, ເມືອງເຮືອງເຊີນ, ຄະນະກຳມະການປະຊາຊົນແຂວງ ຮ່າຕີ້ງ ແລະ ກະຊວງສາທາລະນະສຸກໄດ້ຈັດຕັ້ງພິທີອາໄລຫາ 225 ປີແຫ່ງວັນມໍລະນະກຳຂອງທ່ານໝໍທີ່ມີຊື່ສຽງ ເລຮືວຈາກ ແລະ ຕ້ອນຮັບໃບຢັ້ງຢືນມໍລະດົກວັດທະນະທຳບໍ່ມີຮູບຮ່າງລະດັບຊາດສຳລັບງານບຸນ ຫາຍເທື້ອງຫຼານອົງ. ດ້ວຍຄວາມເຄົາລົບນັບຖືຢ່າງສູງ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ບັນດາການນຳກະຊວງ, ຂະແໜງການ, ທ້ອງຖິ່ນ ໄດ້ຖະຫວາຍທູບທຽນ ອາໄລຫາທ່ານໝໍທີ່ມີຊື່ສຽງ ຫາຍເທື້ອງຫຼານອົງ ເລຮືວຈາກ, ເຊິ່ງແມ່ນແບບຢ່າງດີເດັ່ນຂອງທ່ານໝໍທີ່ໄດ້ສຸດຈິດສຸດໃຈເພື່ອປິ່ນປົວຄົນເຈັບ. ບັນດາຄຳສັ່ງສອນຂອງ ຫາຍເທື້ອງຫຼານອົງ ຍາມໃດກໍແມ່ນບົດຮຽນອັນລຳ້ຄ່າກ່ຽວກັບຈັນຍາບັນ, ຄວາມເກັ່ງກ້າສາມາດຂອງຂະແໜງການແພດມາຮອດປະຈຸບັນຍາມໃດກໍ່ຮັກສາຄຸນຄ່າເໝືອນເດີ່ມ. ພາຍຫຼັງ 40 ປີແຫ່ງການຄົ້ນຄ້ວາ ແລະ ປິ່ປົວກອບກູ້ເອົາຊີວິດຄົນເຈັບ, ທ່ານໝໍມີຊື່ສຽງ ຫາຍເທື້ອງຫຼານອົງ ໄດ້ສ້າງພື້ນຖານການແພດ ຫວຽດນາມ ອັນເປັນມໍລະດົກທີ່ລຳ້ຄ່າໃຫ້ຄົນລຸ້ນຫຼັງ.
ເນື່ອງໃນໂອກາດນີ້, ແຂວງ ຮ່າຕີ້ງ ໄດ້ຕ້ອນຮັບໃບຢັ້ງຢືນຂອງກະຊວງວັດທະນະທຳ - ກິລາ ແລະ ທ່ອງທ່ຽວ ໂດຍຮັບຮູ້ງານບຸນ ຫາຍເທື້ອງຫຼານອົງ ແມ່ນມໍລະດົກບໍ່ມີຮູບຮ່າງລະດັບຊາດ.