(ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟູ໋ກ ເຂົ້າຮ່ວມເວທີ
ປາໄສການຮ່ວມມືເສດຖະກິດການຄ້າ ຫວຽດນາມ - ຈີນ)
(vovworld) – ໃນຂອບເຂດການຢ້ຽມຢາມ ຈີນ ຢ່າງເປັນທາງການຂອງທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟູ໋ກ, ຕອນເຊົ້າວັນທີ 17/9, ຢູ່ ປັກກິ່ງ, ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ແລະ ຄະນະກຳມະການສົ່ງເສີມການຄ້າສາກົນ ຈີນ ສົມທົບກັນຈັດຕັ້ງເວທີປາໄສການຮ່ວມມືເສດຖະກິດການຄ້າ ຫວຽດນາມ - ຈີນ ດ້ວຍການເຂົ້າຮ່ວມຂອງຜູ້ແທນວິສາຫະກິດ ແລະ ຜູ້ຕາງໜ້າການນຳບັນດາກະຊວງ, ຂະແໜງການຮັບຜິດຊອບດ້ານເສດຖະກິດ - ການຄ້າຂອງ 2 ຝ່າຍເກືອບ 300 ທ່ານ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟູ໋ກ ແລະ ທ່ານຮອງປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ, ຫົວໜ້າຄະນະຕິດຕໍ່ການພົວພັນຕ່າງປະເທດສູນກາງພັກກອມມູນິດ ຈີນ ວ໋າງຈາໄຣ ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳຢູ່ເວທີປາໄສ.
ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟູ໋ກ ຢືນຢັນວ່າ: ລັດຖະບານ ຫວຽດນາມ ພ້ອມແລ້ວທີ່ຈະພ້ອມກັບລັດຖະບານ ຈີນ ຕັ້ງໜ້າຄົ້ນຄວ້າ, ເຫັນດີຜັນຂະຫຍາຍບັນດາມາດຕະການ ເພື່ອສ້າງເງື່ອນໄຂໃຫ້ວິສາຫະກິດ 2 ຝ່າຍດຳເນີນທຸລະກິດການຄ້າ, ລົງທຶນຢ່າງສະດວກສະບາຍ, ມີສະຖຽນລະພາບ; ສະເໜີບັນດາວິສາຫະກິດ ຈີນ ເພີ່ມທະວີການນຳເຂົ້າບັນດາຜະລິດຕະພັນ ຫວຽດນາມ ທີ່ມີທ່າແຮງຄື: ຜະລິດຕະພັນກະເສດ, ເຄື່ອງປາຂອງດົງ, ສິນໃນນ້ຳ, ພິເສດແມ່ນເຂົ້າສານ. ທ່ານຮອງປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດ ຈີນ ວ໋າງຈາໄຣ ເນັ້ນໜັກວ່າ: ໃນສະພາບການໃໝ່, 2 ຝ່າຍຕ້ອງກຳແໜ້ນກາລະໂອກາດ, ຊຸກຍູ້ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ, ພິເສດແມ່ນເພີ່ມທະວີເຊື່ອມຕໍ່ຍຸດທະສາດພັດທະນາ, ລົງເລິກເຂົ້າໃນການຮ່ວມມືດ້ານເສດຖະກິດການຄ້າ, ຊຸກຍູ້ການຮ່ວມມືກ່ຽວກັບຄວາມສາມາດຜະລິດ, ເປີດກ້ວາງການຮ່ວມມືລະຫວ່າງບັນດາທ້ອງຖິ່ນ 2 ປະເທດ. ການນຳ 2 ທ່ານໄດ້ເປັນສັກຂີພິຍານພິທີເຊັນ “ຂໍ້ຕົກລົງຮ່ວມມືລະຫວ່າງຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ແລະ ຄະນະກຳມະການສົ່ງເສີມການຄ້າສາກົນ ຈີນ”.
ແລະກໍ່ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟູ໋ກ ໄດ້ໃຫ້ການຕ້ອນຮັບທ່ານເລຂາເຂດປົກຄອງດ້ວຍຕົນເອງເຜົ່າ ຈວາງ, ກວາງຊີ ເຜີງຈິ໋ງຄ໋ວາ ເຂົ້າຢ້ຽມຂ່ຳນັບ ເນື່ອງໃນໂອກາດທ່ານຮອງນາບົກລັດຖະມົນຕີ ຫງວຽນຊວນຟູ໋ກ ເຂົ້າຮ່ວມງານຕະຫລາດນັດວາງສະແດງ ຈີນ - ອາຊຽນ (CAEXPO) ແລະ ກອງປະຊຸມສຸດຍອດການຄ້າ ແລະ ການລົງທຶນ ຈີນ - ອາຊຽນ (CABIS) ຄັ້ງທີ 12. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟູ໋ກ ກໍເປັນສັກຂີພິຍານພິທີເຊັນຂໍ້ຕົກລົງສ້າງຕັ້ງການພົວພັນມິດຕະພາບລະຫວ່າງນະຄອນ ໂຮ່ຈີມິນ, ຫວຽດນາມ ແລະ ເຂດປົກຄອງດ້ວຍຕົນເອງເຜົ່າ ຈວາງ ກວາງຊີ, ຈີນ.