ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກຢູ່ແຂວງກວາງນິງ

ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກຢູ່ແຂວງກວາງນິງ - ảnh 1
(ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ
ກ່າວ​ຄຳ​ເຫັນ​ສະຫລຸບ​ການ​ເຮັດ​ວຽກ)


(vovworld) – ​​​ ​ຕອນ​ບ່າຍ​ວັນ​ທີ 7/9, ຢູ່​ນະຄອນ ຮ້າ​ລອງ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ພ້ອມ​ກັບ​ຄະນະ​ປະຕິບັດ​ງານ​ຂອງ​ລັດຖະບານ ​ເປັນ​ປະທານ​ການ​ເຮັດ​ວຽກ​ກັບ​ການ​ນຳ​ຫລັກ​ແຫ​ລ່ງ​ແຂວງ ກວາງ​ນິງ ກ່ຽວ​ກັບ​ສະພາບ​ການພັດທະນາ​ເສດຖະກິດສັງຄົມ 8 ​ເດືອນຕົ້ນ​ປີ 2015, ວຽກ​ງານ​ຕໍ່ສູ້​ປ້ອງ​ກັນ, ຕ້ານ​ການ​ຄ້າ​ເຖື່ອນ, ສໍ້​ໂກງ​ການ​ຄ້າ, ປະຕິ​ຮູບ​ລະບຽບ​ການ​ບໍລິຫານ ​ແລະ ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ໂດຍ​ຝົນຕົກ​ໜັກ​ ​ແລະ ນ້ຳ​ຖ້ວມ​ຄັ້ງປະຫວັດສາດ​ ​ເມື່ອ​ວັນ​ທີ 25/7 – 3/8/2015 ຜ່ານ​ມາ. ກ່າວ​ຄຳ​ເຫັນ​ສະຫລຸບ​ການ​ເຮັດ​ວຽກ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ສະ​​ເໜີ​ແຂວງ ກວາງ​ນິງ ຜັນ​ຂະ​ຫຍາ​ຍບັນດາ​ມາດ​ຕະການ​ຍົກ​ສູງ​ປະສິດທິ​ຜົນ ​ແລະ ກຳລັງ​ຄວາມ​ແກ່ງ​ແຍ້​ງຂອງ​ພື້ນຖານ​ເສດຖະກິດ, ສຸມ​ໃສ່​ແຫ​ລ່ງກຳລັງ​ເພື່ອ​ລົງທຶນ​ພັດທະນາ​​ໂຄງ​ລ່າງຢ່າງ​ຄົບ​ຊຸດ, ພ້ອມ​ກັນ​ນັ້ນ ​ແມ່ນ​ການປ່ຽນ​ໃໝ່​ຮູບ​ແບບ​ເຕີບ​ໂຕ​ຕາມ​ທິດ​ເຂັ້ມ​ແຂງ​ກ່ວາ. ທ່ານ​ຮອງ​ນາຍົກລັດຖ​ະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ວ່າ:

        “ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ກ່ຽວ​ກັບສະພາບ​ແວດ​ລ້ອມ​ການ​ລົງທຶນ​ດຳ​ເນີນ​ທຸລະ​ກິດ​​ໃຫ້ດີ​ກ່ວາ​ອີກ, ຜັນ​ຂະຫຍາຍ​ແຜນ​ຮ່າງ​ອຳນາດ​ການ​ປົກຄອງ​ເອ​ເລັກ​ຕົງຢ່າງ​ແຮງ ​ເພື່ອ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວ​ສານ ພິ​ເສດ ​ແມ່ນ​ຕອບ​ສະໜອງ​ບັນດາ​ການ​ບໍລິການ​ໂດຍ​ກົງ​ໃນ​ລະດັບ​ສູງ​ໃຫ້​ປະຊາຊົນ, ອັນ​ໃດ​ຍິ່ງ​ເປີດ​ເຜີຍ ກະຈ່າງ​ແຈ້ງ​ເທົ່າ​ໃດ​ກໍ່​ຍິ່ງ​ດີ​ເທົ່າ​ນັ້ນ. ນີ້​ແມ່ນ​ບັນດາ​ສິ່ງ ຊຶ່ງ​ແຂວງ​ ກວາງ​ນິງ ຕ້ອງ​ປະຕິບັດ​ ​ເພື່ອ​ສືບ​ຕໍ່​ເປັນ​ນຳ​ໜ້າ​ໃນ​ການ​ປະຕິ​ຮູບດ້ານ​ການ​ບໍລິຫານ​ທັງ​ກົງຈັກ, ບັນຈຸ​ພະນັກງານ, ​ເສັງ​ຮັບ​ສະໝັກລັດຖະກອນ, ​ຜັດປ່ຽນພະນັກງານ”.

 


ຂ່າວ/ບົດ​ອື່ນ