ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກ່າວຊີ້ນຳກອງປະຊຸມກ່ຽວກັບຄວາມປອດໄພທາງຄົມມະນາຄົມ
(ພາບ:chinhphudientu)
|
(vovworld)- ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆຄວນສືບຕໍ່ປະຕິບັດວຽກງານຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພ ຄົມມະນາຄົມທາງບົກ, ທາງລົດໄຟ, ທາງນ້ຳພາຍ ໃນປະເທດ, ສ້າງຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງບົກ, ທາງລົດໄຟໄລຍະ 2014 – 2020. ທີ່ກອງປະຊຸມຜ່ານເຄືອຂ່າຍອິນເຕີເນັດ“ ສະຫຼຸບວຽກງານ ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງຄົມມະນາຄົມ ໄລຍະ 6 ເດືອນຕົ້ນປີ 2014 ແລະ ຜັນຂະຫຍາຍໜ້າທີໃນເວລາທີ່ຍັງເຫຼືອຂອງປີ”, ວຽກງານບຸກເບີກໜ້າພຽງທາງຫຼວງເລກ 1 ແລະ ທາງໂຮ່ຈິມິນຕອນຜ່ານເຂດໄຕງວຽນ, ແລະ ວຽກງານຄວບຄຸມນ້ຳໜັກຂອງລົດຢູ່ 63 ແຂວງ, ນະຄອນ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ປະທານຄະນະກຳມະການຄວາມປອດໄພທາງຄົມມະນາຄົມແຫ່ງຊາດ ໄດ້ສະເໜີບັນດາແຂວງ, ນະຄອນຈົ່ງສືບຕໍ່ປະຕິບັດວຽກງານຄວບຄຸມນ້ຳໜັກຂອງຍານພາຫະນະຂົນສົ່ງທາງບົກ, ຮັກສາການເຄື່ອນໄຫວຂອງດ່ານຄວບຄຸມນ້ຳໜັກຂອງລົດທັງວັນ ແລະ ຄືນ ແລະ ໃນ 7 ວັນຕໍ່ອາທິດ; ເດັດດຽວຢຸດຕິສະພາບລົດຂົນສ່ົງສິນຄ້າເກີນນ້ຳໜັກ, ເຮັດໃຫ້ການຄົມມະນາຄົມຂາດຄວາມປອດໄພ ແລະ ທຳລາຍໂຄງປະກອບໂຄງລ່າງຄົມມະນາຄົມ.