ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ
(ພາບ: VGP)
(vovworld) – ໃນລະຫວ່າງວັນທີ 08/06 – 12/06 ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ນຳໜ້າຄະນະຜູ້ແທນຂັ້ນສູງລັດຖະບານ ຫວຽດນາມ ເຂົ້າຮ່ວມກອງປະຊຸມຂັ້ນສູງຂອງສະຫະປະຊາຊາດກ່ຽວກັບ HIV/AIDS ຢູ່ ນິວຢ໋ອກ ແລະ ໄປຢ້ຽມຢາມ ເຮັດວຽກຢູ່ Atlanta (ອາເມລິກາ). ເລື່ອງເຂົ້າຮ່ວມກອງປະຊຸມຄັ້ງນີ້ ເພື່ອແນໃສ່ສະແດງຄຳໝັ້ນສັນຍາຂອງ ຫວຽດນາມ ພ້ອມກັບບັນດາປະເທດ ຢຸດຕິໂລກລະບາດ HIV/AIDS ໃນປີ 2030. ຄະນະຜູ້ແທນ ຫວຽດນາມ ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າບັນດາການປຶກສາຫາລືຂອງສະຫະປະຊາຊາດ ເພື່ອແນໃສ່ຊອກຫາມາດຕະການປ້ອງກັນ, ຕ້ານ HIV/AIDS ກໍ່ຄືຊຸກຍູ້ການຮ່ວມມື, ການໜູນຊ່ວຍຈາກບັນດາປະເທດສຳລັບໂຄງການປ້ອງກັນ, ຕ້ານ HIV/AIDS ຂອງ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຈະມີບົດກ່າວຄຳເຫັນສຳຄັນທີ່ວາລະປະຊຸມຄົບຄະນະຂອງກອງປະຊຸມ ແລະ ພົບປະສອງຝ່າຍກັບການນຳບາງອົງການຈັດຕັ້ງສາກົນໃນຂົງເຂດປ້ອງກັນ, ຕ້ານ HIV/AIDS.