(vovworld) – ວັນທີ 21/08, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ແລະ ຄະນະປະຕິບັດງານລັດຖະບານ ໄດ້ມີການເຮັດວຽກກັບແຂວງ ກວາງນິງ, ກ່ຽວກັບສະພາບການປະຕິບັດໜ້າທີ່ພັດທະນາເສດຖະກິດ, ສັງຄົມ ໃນ 7 ເດືອນຕົ້ນປີ 2015 ແລະ ໜ້າທີ່ຈຸດສຸມໃນຊຸມເດືອນທ້າຍປີ 2015.
ທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເນັ້ນໜັກວ່າ, ແຂວງ ກວາງນິງ ຕ້ອງສືບຕໍ່ຜັນຂະຫຍາຍບັນດາໂຄງການຈຸດສຸມກ່ຽວກັບຄົມມະນາຄົມ ເພື່ອຊຸກຍູ້ການພັດທະນາເສດຖະກິດ ຕິດພັນກັບບັນດາທ້ອງຖິ່ນໃນເຂດ. ທ່ານຮອງນາຍົກລັດຖະມົນຕີ ໃສ່ໃຈວ່າ, ແຂວງ ກວາງນິງ ແມ່ນທ້ອງຖິ່ນຈຸດສຸມກ່ຽວກັບການທ່ອງທ່ຽວຂອງທົ່ວປະເທດ, ເພາະສະນັ້ນ, ຕ້ອງສ້າງຕັ້ງກົດລະບຽບຄຸ້ມຄອງ ເພື່ອທັງອະນຸລັກຮັກສາທັງເສີນຂະຫຍາຍໄດ້ຄຸນຄ່າບັນດາມໍລະດົກ. ທ່ານຮອງນາຍົກລັດຖະມົນຕີ ກໍຮັບຮູ້ບັນດາຄວາມມານະພະຍາຍາມຂອງແຂວງກວາງນິງ ໃນການລົງທຶນໃຫ້ບັນດາຂົງເຂດສັງຄົມ, ສາທາລະນະສຸກ, ວັດທະນະທຳ, ການສຶກສາ ແລະ ປາດຖະໜາວ່າ ແຂວງສືບຕໍ່ຜັນຂະຫຍາຍບັນດາຮູບແບບໃໝ່, ມີວິທີເຮັດໃໝ່ ເພື່ອທະວີຄູນອອກສູ່ທົ່ວປະເທດ.