ຮອງນາຍົກລັດຖະມົນຕີຫວູດືກດາມ: ລະດົມການເຂົ້າຮ່ວມຂອງວົງຄະນະຍາດໃນວຽກງານຮັບປະກັນຊີວິດສັງຄົມ

(VOVWORLD) - ວຽກງານຮັບປະກັນຊີວິດສັງຄົມຕ້ອງໄດ້ລະດົມການເຂົ້າຮ່ວມຂອງວົງຄະນະຍາດ, ວິສາຫະກິດ, ປະກອບສ່ວນຮັກສາເປັນຄວາມປົກກະຕິ, ຄວາມເຫັນດີເຫັນພ້ອມທັງສັງຄົມເພື່ອພັດທະນາເສດຖະກິດ
 
ຮອງນາຍົກລັດຖະມົນຕີຫວູດືກດາມ: ລະດົມການເຂົ້າຮ່ວມຂອງວົງຄະນະຍາດໃນວຽກງານຮັບປະກັນຊີວິດສັງຄົມ - ảnh 1ທ່ານ ຫວູດືກດາມ ເປັນປະທານກອງປະຊຸມ 

ຕອນເຊົ້າວັນທີ 21 ທັນວາ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ, ປະທານກອງປະຊຸມກ່ຽວກັບການປະຕິບັດໂຄງການເຄື່ອນໄຫວຂອງລັດຖະບານກ່ຽວກັບບາງບັນຫາກ່ຽວກັບນະໂຍບາຍສັງຄົມໄລຍະ 2012  - 2020 ແລະ ເສີມຂະຫຍາຍໜ້າທີ່ໃນປີ 2018. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ສະເໜີວ່າ: ວຽກງານຮັບປະກັນຊີວິດສັງຄົມຕ້ອງໄດ້ລະດົມການເຂົ້າຮ່ວມຂອງວົງຄະນະຍາດ, ວິສາຫະກິດ, ປະກອບສ່ວນຮັກສາເປັນຄວາມປົກກະຕິ, ຄວາມເຫັນດີເຫັນພ້ອມທັງສັງຄົມເພື່ອພັດທະນາເສດຖະກິດ, ຮັບປະກັນການປ້ອງກັນຊາດ ປ້ອງກັນຄວາມສະຫງົບ. ທ່ານຮອງນາຍົກລັດຖະມົນຕີ ຖືວ່າ: ຄວນເອົາໃຈໃສ່ຍົກສູງຄຸນນະພາບວຽກງານຕາມທິດຍືນຍົງ, ເພີ່ມສະມັດຕະພາບການອອກແຮງງານ. ທ່ານຮອງນາຍົກລັດຖະມົນຕີ ຕັກເຕືອນວ່າ ກະຊວງສາທາລະນະສຸກ ແລະ ບັນດາພະນັກງານ, ຂະແໜງການກ່ຽວຂ້ອງເພີ່ມທະວີວຽກງານປົກປ້ອງ, ເບິ່ງແຍງດູແລ ແລະ ຍົກສູງສຸຂະພາບຂອງປະຊາຊົນ. ວຽກງານສຶກສາ ແລະ ບຳລຸງສ້າງຄວນປຸກລະດົມການເຂົ້າຮ່ວມຂອງທົ່ວສັງຄົມ, ສຸມໃສ່ໜູນຊ່ວຍການສຶກສາຂັ້ນປະຖົມເຂດບັນດາເຜົ່າສ່ວນໜ້ອຍ, ເຂດປະສົບກັບຄວາມຫຍຸ້ງຍາກເປັນພິເສດ.

ຕອບກັບ

ຂ່າວ/ບົດ​ອື່ນ