ຮອງນາຍົກລັດຖະມົນຕີຫວູວັນນິງຕ້ອນຮັບປະທານທະນາຄານIIBຂອງລັດເຊຍ

ຮອງນາຍົກລັດຖະມົນຕີຫວູວັນນິງຕ້ອນຮັບປະທານທະນາຄານIIBຂອງລັດເຊຍ - ảnh 1
(ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫວູວັນ​ນິງ ​​ຕ້ອນຮັບ
ທ່ານ Nikolay Kosov ປະທານ​ທະນາຄານ​ລົງທຶນ​ສາກົນ IIB)


(vovworld) – ​ ​ ​ ຕອນ​ບ່າຍ​ວັນ​ທີ 4/12, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫວູວັນ​ນິງ ​ໄດ້​ໃຫ້ການ​ຕ້ອນຮັບ ທ່ານ Nikolay Kosov ປະທານ​ທະນາຄານ​ລົງທຶນ​ສາກົນ IIB, ​ແຫ່ງສະຫະພັນ ລັດ​ເຊຍ, ພວມ​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ Nikolay Kosov ​ໄດ້ຕີ​ລາຄາ​ສູງ​ບັນດາ​ມາດ​ຕະການ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ ຫວຽດນາມ ຄືນ​ໃໝ່, ​ໃນ​ນັ້ນ ມີ​ການ​ສ້າງ​ໂຄງ​ປະກອບ​ລະບົບການ​ຈັດ​ຕັ້ງ​ສິນ​ເຊື່ອ​ຄືນ​​ໃໝ່ ຊຶ່ງ​ລັດຖະບານ​ພວມ​ປະຕິບັດ​ໃນ​ຊຸມ​ປີຜ່ານ​ມາ. ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ IIB ຢູ່ ຫວຽດນາມ, ທ່ານ Nikolay Kosov ​ໃຫ້​ຮູ້​ວ່າ: ທະນາຄານ​ນີ້ ​ໄດ້​ສຸມ​ໃສ່​ໜູນ​ຊ່ວຍ​ກອງ​ທຶນ​ເພື່ອ​ພັດທະນາ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ຂະໜາດ​ໜ້ອຍ ດ້ວຍ​ມູນ​ຄ່າ​ບັນດາ​ບ້ວງ​​ເງິນກູ້​ຢືມ​ປະຈຸ​ບັນ​ແມ່ນ 40 ລ້ານ USD ​ແລະ ​ໃນ​ໄລຍະ​ຈະ​ມາ​ເຖິງ ທ່ານ Nikolay Kosov ປາດ​ຖະໜາ​ຢາກ​ໄດ້​ຮັບ​ການ​ສະໜັບ​ສະ​ໜູນຈາກ​ລັດຖະບານ ຫວຽດນາມ ​ເພື່ອ​ເຂົ້າ​ຮ່ວມ​ ​ບັນດາ​​ໂຄງການ​ໃຫຍ່​ຢູ່​ ຫວຽ​ດນາມ ຢ່າງ​ແຮງ​ກ່ວາ​ອີກ ຄື​ບັນດາ​ໂຄງການ​ພັດທະນາ​ ພື້ນ​ຖານໂຄງ​ລ່າງ​.

        ສ່ວນ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ສະ​ແດງ​ການ​ສະໜັບສະໜູນ IIB ​ເຂົ້າ​ຮ່ວມ​ການ​ລົງທຶນ, ພັດທະນາພື້ນຖານ​ໂຄງ​ລ່າ​ງ​ຢູ່ ຫວຽດນາມ ຍ້ອນ​ວ່າ ນີ້​ແມ່ນ​ຂົງ​ເຂດທີ່​ລັດຖະບານ ຫວຽດນາມ ຄວນ​ລະດົມ​ເງິນ​ທຶນ​ກ້ອນ​ໃຫຍ່.

 

ຂ່າວ/ບົດ​ອື່ນ