ທ່ານ ຫວູວັນນິງ ມອບຂໍ້ຕົກລົງຂອງນາຍົກລັດຖະມົນຕີ
ຮັບຮອງເມືອງ ຫາຍເຫົ້າ ບັນລຸມາດຖານຊົນນະບົດໃໝ່
(ພາບ: VGP)
(vovworld) – ຕອນເຊົ້າວັນທີ 29/8, ຢູ່ແຂວງ ນາມດິ້ງ, ຄະນະກຳມະການປະຊາຊົນແຂວງ ນາມດິ້ງ, ຄະນະກຳມະການປະຊາຊົນເມືອງ ຫາຍເຫົ້າ ຈັດຕັ້ງພິທີປະກາດ ແລະ ຮັບນາມມະຍົດເມືອງບັນລຸມາດຖານຊົນນະບົດໃໝ່ປີ 2015. ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ, ຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບໂຄງການຈຸດໝາຍແຫ່ງຊາດ ກໍ່ສ້າງຊົນນະບົດໃໝ່ເຂົ້າຮ່ວມພິທີ.
ເມື່ອມອບຂໍ້ຕົກລົງຂອງນາຍົກລັດຖະມົນຕີ ຮັບຮອງເມືອງ ຫາຍເຫົ້າ ບັນລຸມາດຖານຊົນນະບົດໃໝ່, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ຢືນຢັນວ່າ: ນາມດິ້ງ ແມ່ນໜຶ່ງໃນບັນດາແຂວງນຳໜ້າທົ່ວປະເທດກ່ຽວກັບການປະຕິບັດໂຄງການຊົນນະບົດໃໝ່. ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ: ການຫັນກະສິກຳຊົນນະບົດເປັນອຸດສາຫະກຳ ແລະ ທັນສະໄໝແມ່ນໜ້າທີ່ອັນດັບໜຶ່ງຂອງວິວັດການຫັນປະເທດຊາດເປັນທັນສະໄໝ. ເພາະສະນັ້ນ, ທ່ານຮອງນາຍົກລັດຖະມົນຕີ ສະເໜີແຂວງ ນາມດິ້ງ, ເມືອງ ຫາຍເຫົ້າ ລະດົມກຳລັງໃຈປະຊາຊົນທຸກຊັ້ນວັນນະຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່, ສ້າງບ້ານເກີດເມືອງນອນໃຫ້ຮັ່ງມີສວຍງານ, ສີວິໄລ, ແລະ ສຸພາບ. ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ໃຫ້ຮູ້ວ່າ:
“ແຂວງ, ເມືອງຕ້ອງເອົາໃຈໃສ່ຊິ້ນຳນຳພາບຸລິມະສິດຈັດແບ່ງແຫຼ່ງກຳລັງ, ໝູນໃຊ້ ກົນໄກນະໂຍບາຍລວມເຂົ້າໃນເງື່ອນໄຂລະອຽດຂອງແຕ່ລະທ້ອງຖິ່ນຢ່າງມີຫົວຄິດປະດິດສ້າງ, ພ້ອມກັບການປັບປຸງບັນດາມາດຖານທີ່ຍັງບໍ່ທັນບັນລຸດໄດ້, ເອົາໃຈໃສ່ເປັນພິເສດ, ຮັກສາຍົກສູງຄຸນນະພາບບັນດາມາດຖານໃນໄລຍະຕໍ່ໄປ. ເພີ່ມທະວີການພັດທະນາການຜະລິດສ້າງໂຄງປະກອບກະສິກຳຄືນໃໝ່ຕິດພັນກັບການກໍ່ສ້າງຊົນນະບົດໃໝ່ຢ່າງໝັ້ນຄົງ, ບົນພື້ນຖານຍູ້ແຮງການຮ່ວມມື, ຮ່ວມສຳພັນໃນການໜູນໃຊ້ຄວາມກ້າວໜ້າດ້ານວິທະຍາສາດເຕັກນິກ ຜະລິດຕິດພັນກັບການຕະຫລາດ, ຍົກສູງສະມັດຕະພາບ, ຄຸນນະພາບ ແລະ ມູນຄ່າເພີ່ມຂອງຜະລິດຕະພັນ.
ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ກໍຮຽກຮ້ອງແຂວງ ນາມດິ້ງ ສືບຕໍ່ຍູ້ແຮງວຽກງານໂຄສະນາຍົກສູງຄວາມຮັບຮູ້ເພື່ອປະຊາຊົນເປັນເຈົ້າຂອງໃນການກໍ່ສ້າງຊົນນະບົດໃໝ່ຢ່າງແທ້ຈິງ.