ຮອງນາຍົກລັດຖະມົນຕີຫວູວັນນິງເຮັດວຽກຢູ່ນະຄອນເກີນເທີ
ທ່ານຮອງນາຍົກລັດຖະມົນຕີຫວູວັນນິງ
ເຮັດວຽກຢູ່ນະຄອນເກີນເທີ
(ພາບ: VGP)
(vovworld) - ຕອບບ່າຍວັນທີ 22/07, ຢູ່ນະຄອນເກີນເທີ, ຄະນະຊີ້ນຳເຂດຕາເວັນຕົກພາກໃຕ້ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສະຫຼຸບ 6 ເດືອນຕົ້ນປີ ແລະ ຜັນຂະຫຍາຍທິດທາງ, ໜ້າທີ່ໃນ 6 ເດືອນທ້າຍປີ 2015. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີຫວູວັນນິງ, ຫົວໜ້າຄະນະຊີ້ນຳເຂດຕາເວັນຕົກພາກໃຕ້ຫວຽດນາມ ເນັ້ນໜັກວ່າ, ໃນ 6 ເດືອນຜ່ານມາ, ບັນດາແຂວງໃນເຂດຕາເວັນຕົກພາກໃຕ້ຫວຽດນາມ ບັນລຸໄດ້ບັນດາຜົນງານສຳຄັນ, ໄດ້ມີຄວາມມານະພະຍາຍາມຫຼາຍຢ່າງໃນການພັດທະນາເສດຖະກິດ, ຮັບປະກັນຊີວິດສັງຄົມ.
ກ່ຽວກັບໜ້າທີ່ 6 ເດືອນທ້າຍປີ, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ຮຽກຮ້ອງໃຫ້ບັນດາທ້ອງຖິ່ນໃນເຂດ ຕ້ອງມີການສົມທົບກັບບັນດາກະຊວງ, ຂະແໜງການສູນກາງ ສືບຕໍ່ຍູ້ແຮງການພັດທະນາເສດຖະກິດ, ສັງຄົມຂອງເຂດ. ໃນຕໍ່ໜ້າແມ່ນສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່ ຕິດພັນກັບການກໍ່ສ້າງຊົນນະບົດໃໝ່, ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ. ປະຊາຊົນ, ບັນດາສະຫະກອນ, ວິສາຫະກິດຕ້ອງເພີ່ມທະວີການຮ່ວມສຳພັນ ເພື່ອຊອກຫາສົ້ນອອກໃຫ້ຜະລິດຕະພັນກະເສດ, ສ້າງເຄື່ອງໝາຍການຄ້າໃຫ້ຜະລິດຕະພັນ, ສືບຕໍ່ຫັນວິສາຫະກິດເປັນຫຸ້ນສ່ວນ.