ທ່ານນາງCatherine Wong ແລະ ທ່ານ ຟ້າມບິ່ງມິງ
|
(vovworld) - ຕອນບ່າຍວັນທີ 20/10, ຢູ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ໃຫ້ການຕ້ອນຮັບທ່ານນາງເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ສິງກະໂປ ປະຈຳຫວຽດນາມ Catherine Wong. ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ໄດ້ອວຍພອນ ທ່ານນາງ Catherine Wong ໄດ້ຮັບແຕ່ງຕັ້ງເປັນເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ສິງກະໂປ ປະຈຳຫວຽດນາມ ແລະຢືນຢັນວ່າ, ຍາມໃດ ຫວຽດນາມກໍ່ຮ່ວມມືຢ່າງແໜ້ນແຟ້ນກັບລັດຖະບານ ສິງກະໂປ ເພື່ອແນໃສ່ປັບປຸງ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນຂອງພາກພື້ນ.
ສ່ວນ ທ່ານນາງເອກອັກຄະລັດຖະທູດ Catherine Wong ກໍ່ຢືນຢັນວ່າ, ສິງກະໂປ ປາຖະໜາຢາກຊຸກຍູ້ການຮ່ວມມືຢ່າງເລິກເຊິ່ງ, ກວ້າງຂວາງກັບ ຫວຽດນາມ ໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຄື: ປ້ອງກັນຊາດປ້ອງກັນຄວາມສະຫງົບ, ກໍ່ສ້າງເຂດອຸດສາຫະກຳສູງ, ບຳລຸງສ້າງດ້ານວັດທະນະທຳ - ທ່ອງທ່ຽວ…ທ່ານນາງ Catherine Wong ກໍ່ຢືນຢັນວ່າ, ໃນຖານະຕຳແໜ່ງເປັນເອກອັກຄະລັດຖະທູດຂອງຕົນ, ທ່ານນາງຈະເຮັດຈົນສຸດຄວາມສາມາດເພື່ອເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດໃນໄລຍະຈະມາເຖິງເລິກເຊິ່ງກວ່າອີກ.