(vovworld) - ຕອນບ່າຍວັນທີ 5/9, ຢູ່ຫ້ອງວ່າການລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ Vu Van Ninh ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນນັກປະຕິວັດອາວຸໂສ, ທະຫານເຈັບປ່ວຍ, ຜູ້ມີຄຸນງາມຄວາມດີ, ຍາດຕິພີ່ນ້ອງຂອງນັກຮົບທີ່ເສຍສະຫຼະຊີວິດເພີ່ອຊາດ, ແມ່ ຫວຽດນາມ ວິລະຊົນແຂວງ ວິ້ງລອງ, ເນື່ອງໃນໂອກາດທີ່ບັນດາຜູ້ແທນມາຢ້ຽມຢາມນະຄອນຫຼວງຮ່າໂນ້ຍ. ທ່ານຮອງນາຍົກລັດຖະມົນຕີ Vu Van Ninh ໄດ້ຢືນຢັນວ່າ ຍາມໃດພັກ, ລັດ ກໍຈົດຈຳບຸນຄຸນທີ່ໃຫຍ່ຫຼວງຂອງບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ, ແມ່ຫວຽດນາມ ວິລະຊົນ, ທະຫານເຈັບປ່ວຍ, ຜູ້ທີມີຄຸນງາມຄວາມດີຕໍ່ການປະຕິວັດໃນພາລະກິດຕໍ່ສູ້ປົດປ່ອຍຊາດ ແລະ ສ້າງສາປະເທດຊາດ. ຍາມໃດພັກ, ລັດ ກໍເອົາໃຈໃສ່ ແລະ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອຍົກສູງຊີວິດທາງດ້ານວັດຖຸ, ຈິດໃຈຂອງບັນດາຄອບຄົວນະໂຍບາຍ, ຜູ້ທີມີຄຸນງາມຄວາມດີຕໍ່ການປະຕິວັດໃນທົ່ວປະເທດເວົ້າລວມ ແລະ ຢູ່ແຂວງວິ້ງລອງ ເວົ້າສະເພາະ. ທ່ານຮອງນາຍົກລັດຖະມົນຕີ ໄດ້ສະເໜີວ່າ ໃນໄລຍະຈະມາເຖິງອົງຄະນະພັກ, ອຳນາດການປົກຄອງແຂວງວິ້ງລອງ ສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວດ້ານສັງຄົມ, ຕອບບຸນແທນຄຸນ, ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ, ເພື່ອເບິ່ງແຍງດູແລ, ຕອບບຸນແທນຄຸນຜູ້ທີມີຄຸນງາມຄວາມດີຕໍ່ການປະຕິວັດຂອງທ້ອງຖິ່ນໃຫ້ນັບມື້ນັບດີກວ່າ. ທ່ານຮອງນາຍົກລັດຖະມົນຕີ Vu Van Ninh ປາດຖະໜາວ່າບັນດາຜູ້ແທນທີມີຄຸນງາມຄວາມດີແຂວງວິ້ງລອງ ສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດຂອງບ້ານເກີດເມືອງນອນ, ສຶກສາລຸ້ນໜຸ່ມອອກແຮງງານ, ຮໍ່າຮຽນ ຢ່າງຕັ້ງໜ້າ, ປະກອບສ່ວນສ້າງສາບ້ານເກີດເມືອງນອນ, ປະເທດຊາດໃຫ້ນັບມື້ນັບຮັ່ງມີ ແລະ ສວຍງາມ.