ຮອງນາຍົກລັດຖະມົນຕີຫວຽດນາມ ວູ້ດຶກດາມ ລົງຢ້ຽມຢາມຖານຂ່າວ ແລະ ມອບຂອງຂວັນໃຫ້ແກ່ຄົນເຈັບ
(VOVWORLD) -ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ວູ້ດຶກດາມ ໄດ້ລົງຢ້ຽມຢາມຖານຂ່າວ ແລະ ມອບຂອງຂວັນໃຫ້ແກ່ຄົນເຈັບທີ່ພວມປິ່ນປົວຢູ່ໂຮງໝໍ 103
ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ວູ້ດຶກດາມ ໄດ້ລົງຢ້ຽມຢາມຖານຂ່າວ ແລະ ມອບຂອງຂວັນໃຫ້ແກ່ຄົນເຈັບ |
ຕອນເຊົ້າວັນທີ 24 ມັງກອນ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ວູ້ດຶກດາມ ໄດ້ລົງຢ້ຽມຢາມຖານຂ່າວ ແລະ ມອບຂອງຂວັນໃຫ້ແກ່ຄົນເຈັບທີ່ພວມປິ່ນປົວຢູ່ໂຮງໝໍ 103 ແລະ ສູນຟອກໝາກໄຂ່ຫຼັງເບັກມາຍ. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ວູ້ດຶກດາມ ໄດ້ສະເໜີໂຮງໝໍຈົ່ງເອົາໃຈໃສ່ເບິ່ງແຍງດູແລຊີວິດຂອງຄົນເຈັບໃນຊຸມວັນບຸນເຕັດ.
ແລະ ກໍໃນຕອນເຊົ້າວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ວູ້ດຶກດາມ ໄດ້ເປັນປະທານການເຮັດວຽກກັບຄະນະຊີ້ນຳ ແລະ ປ້ອງກັນ ແລະ ຕ້ານໂລກລະບາດໃໝ່ທີ່ເປັນອັນຕະລາຍຢູ່ ກະຊວງສາທາລະນະສຸກ. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ວູ້ດຶກດາມ ໄດ້ຊີ້ນຳການຕ້ານໂລກລະບາດໃຫ້ມີປະສິດທິຜົນ ຂະນະທີ່ໄດ້ຮັບຮູ້ມີ 2 ກໍລະນີຕິດພະຍາດອັກເສບປອດມໍລະນະຍ້ອນເຊືອໄວຣັກສາຍພັນໃໝ່ ໂກໂຣນາ. ນັ້ນແມ່ນ 2 ພໍ່ລູກຊາວຈີນມາທ່ອງທ່ຽວຢູ່ຫວຽດນາມ. ປະຈຸບັນ ພວກເຂົາພວມປິ່ນປົວຢູ່ໂຮງໝໍເຈິໄຣ້, ນະຄອນໂຮ່ຈິມິນ. ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ໂດ້ຊວນຕ້ວຽນ ໃຫ້ຮູ້ວ່າ :
“ ກະຊວງກະຊວງສາທາລະນະສຸກໄດ້ຊີ້ນຳບັນດາຮາກຖານສາທາລະນະສຸກໃນທົ່ວປະເທດ, ຢູ່ຂົງເຂດໃດມີຄົນເຈັບຫຼືສົງໄສຕິດພະຍາດ ແມ່ນຕ້ອງລ້ອມເຂດ, ປິ່ນປົວ, ດັບມອດໂລກລະບາດໃນທັນທີ່. ພ້ອມກັນນັ້ນ, ທາງກະຊວງສາທາລະນະສຸກ ໄດ້ຊີ້ນຳຈັດແຈງບັນດາເຂດແຍກຢູ່ຕາງຫາກດ້ວຍບັນດາຂັ້ນຕອນຢ່າງຮັດກຸ່ມ ເພື່ອສະກັດກັ້ນການຕິດພະຍາດຈາກຄົນເຈັບສູ່ແພດໝໍ ”