ຮອງນາຍົກລັດຖະມົນຕີຮ່ວາງຈູງຫາຍເຮັດວຽກຢູ່ແຂວງຮ່າຕິ້ງ

ຮອງນາຍົກລັດຖະມົນຕີຮ່ວາງຈູງຫາຍເຮັດວຽກຢູ່ແຂວງຮ່າຕິ້ງ - ảnh 1
ຮອງນາຍົກລັດຖະມົນຕີຮ່ວາງຈູງຫາຍເຮັດວຽກຢູ່ແຂວງຮ່າຕິ້ງ
(ພາບ: VGP/Nguyên Linh )

(vovworld) – ວັນ​ທີ 21/5, ຄະນະ​ປະຕິບັດ​ງານ​ຂອງ​ລັດຖະບານ​ໂດຍ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ນຳ​ໜ້າ ​ໄດ້​​​ໄປ​ຮອດ​ແຂວງ ຮ່າ​ຕິ້ງ ​ເພື່ອ​ກວດກາ​ໂຄງການ​ທ່າ​ກຳ່​ປັນ​ນ້ຳ​ເລິກ Formosa ຂຶ້ນ​ກັບ​​ເຂດ​ເສດຖະກິດ ຫວູງອ໋າງ ​ແລະ ​ເຮັດ​ວຽກ​ກັບ​ແຂວງ ຮ່າ​ຕິ້ງ, ບໍລິສັດ ​ເຫຼັກ​ກ້າ ຮຶງຫງຽບ Formosa ຈຳກັດ. ທ່ານ​ຮອງ​ນາຍົກລັດຖະມົນ​ຕີ ຮ່ວາງ​ຈູງ​ຫາຍ ຕີ​ລາຄາ​ສູງ ອຳນາດ​ການ​ປົກຄອງ, ກຳລັງ​ທີ່​ກ່ຽວຂ້ອງ​ແຂວງ ຮ່າ​ຕິ້ງ ​ແກ້​ໄຂ​ສະພາບ​ການ​ສັບສົນ​ໃນ​ໄລຍະ​ມໍ່​ນີ້​ຢູ່​ໂຄງການ Formosa ​ໂດຍ​ບາງ​ເປົ້າ​ໝາຍ​ກໍ່​ຂຶ້ນ​ໂດຍ​ໄວ. ທ່ານ​ຮອງ​ນາຍົກ​ລັດຖະມົນຕີ ຢືນຢັນ​ວ່າ: ລັດຖະບານ ຫວຽດນາມ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຮັບ​ປະກັນ​ຄວາມ​ສະຫງົບ, ຄວາມ​ປອດ​ໄພ​ທັງ​ດ້ານມ​ະນຸດ ​ແລະ ຊັບ​ສິນ​ໃຫ້​ແກ່​ວິ​ສາ​ຫະກິດທັງ​ພາຍ​ໃນ ​ແລະ ​ຕ່າງປະ​ເທດ​, ​ເດັດ​ດຽວ​ບໍ່​ປະ​​ໃຫ້​ເກີດ​ສະພາບ​ຄ້າຍຄື​ກັນ​ດ້ວຍ​ທຸກ​ມາດ​ຕະການ​. ທ່ານ​ຮອງ​ນາຍົກລັດຖະມົນ​ຕີ ຮຽກຮ້ອງ​ໃຫ້​ແຂວງ ຮ່າ​ຕິ້ງ ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ​ສຸມ​ໃສ່​ຮັບປະກັນ​ຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບຮຽບຮ້ອຍ, ຄວາມ​ປອດ​ໄພ​ໃຫ້​ບັນດາ​ວິ​ສາ​ຫະກິດ ​ແລະ ຄົນ​ງານ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ໃນ​ບໍລະ​ເວນ​ແຂວງ, ສືບ​ຕໍ່​ໂຄສະນາ​ເຜີຍ​ແຜ່, ຂົນຂວາຍ​ໃຫ້​ປະຊາຊົນ​ຍົກ​ສູງ​ຈິດ​ໃຈ​ລະ​ວັງ​ຕົວ, ສົ​ມທົ​ບກັບ​ບັນດາ​ນັກ​ລົງທຶນ​ຈັດ​ຕັ້ງ​ການ​ສະໜອງ ຄົນ​ງານ ​ເພື່ອ​ແນ​ໃສ່​ນຳ​ການ​ເຄື່ອນ​ໄຫວ​ຜະລິດ​ກັບ​ຄືນ​ສູ່​ປົກກະຕິ, ສຸມ​ໃສ່​ແກ້​ໄຂ​ສືບສວນ​ບັນດາ​ເປົ້າ​ໝາຍ​ລະ​ເມີດ​ຕາມ​ຂໍ້​ກຳນົດ​ຂອງ​ກົດໝາຍ.



ຂ່າວ/ບົດ​ອື່ນ