ທ່ານ ຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ
(vovworld) - ຕອນບ່າຍວັນທີ 31/5, ຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ພ້ອມກັບຄະນະຜູ້ແທນຂັ້ນສູງລັດຖະບານ ຫວຽດນາມໄດ້ເດີນທາງໄປ ມາເລເຊຍເຂົ້າຮ່ວມເວທີປາໄສເສດຖະກິດໂລກ WEF- ອາຊຽນໃນສະພາບທີ່ປະຊາຄົມເສດຖະກິດ ອາຊຽນຫາກໍ່ໄດ້ຮັບການສ້າງຕັ້ງ ແລະ ການເຊື່ອມໂຍງເສດຖະກິດໃນພາກພື້ນນັບມື້ນັບເລິກເຊິງ, ກວ້າງຂວາງ. ກອງປະຊຸມ WEF- ອາຊຽນ 2016 ມີຫົວຂໍ້ວ່າ: “ກຳນົດແຜນດຳເນີນງານອາຊຽນກ່ຽວກັບການເຕີບໂຕ ແລະ ບັນຫາທົ່ວໄປ “ ດ້ວຍບັນດາຈຸດສຸມເຊັ່ນ: ຊຸກຍູ້ການພັດທະນາແບບຍືນຍົງ ແລະ ບັນຫາທົ່ວໄປໃນສັງຄົມ; ເປັນເຈົ້າການປະຕິວັດອຸດສາຫະກຳຄັ້ງທີ 4; ເພີ່ມທະວີການຮ່ວມມືໃນພາກພື້ນ.
ທ່ານ ຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງຈະເຂົ້າຮ່ວມ ແລະ ປະກອບຄຳເຫັນທີ່ວາລະໄຂ ກອງປະຊຸມ WEF- ອາຊຽນ 2016. ເຂົ້າຮ່ວມວາລະປຶກສາຫາລືຂອງບັນດາການນຳກ່ຽວກັບ “ການປະຕິວັດອຸດສາຫະກຳຄັ້ງທີ 4 ຂອງອາຊຽນ“, ວາລະປຶກສາຫາລືກ່ຽວກັບການລົງທຶນໃຫ້ອະນາຄົດພະລັງງານຂອງອາຊຽນ. ຄຽງຂ້າງບັນດາການເຄື່ອນໄຫວຫຼາຍຝ່າຍດັ່ງກ່າວ, ຄາດວ່າ, ທ່ານ ຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ຈະມີການເຄື່ອນໄຫວຫຼາຍຝ່າຍເຊັ່ນພົບປະກັບຜູ້ອຳນວຍການຝ່າຍບໍລິຫານເວທີປາໄສເສດຖະກິດໂລກ, ຕ້ອນຮັບທ່ານຮອງປະທານທະນາຄານພັດທະນາອາຊີ; ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ຕີມໍຕາເວັນອອກ.