(vovworld) – ວັນທີ 14/07, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ໃຫ້ການຕ້ອນຮັບທ່ານນາງເອກອັກຄະລັດຖະທູດ ອາກເມນີ ປະຈຳຫວຽດນາມ Raisa Vardanyan. 2 ຝ່າຍແລກປ່ຽນບັນດາມາດຕະການເພື່ອແນໃສ່ປັບປຸງການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ. 2 ຝ່າຍເຫັນດີຕ້ອງແລກປ່ຽນຄະນະຜູ້ແທນທຸກຂັ້ນຢ່າງຕັ້ງໜ້າ, ນັບທັງຄະນະຜູ້ແທນຂັ້ນສູງ, ສຳເລັດກົນໄກກົດໝາຍ, ພິເສດແມ່ນບັນດາຂໍ້ຕົກລົງໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທຳ, ການສຶກສາ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ໄດ້ຕີລາຄາສູງເລື່ອງອາກເມນີ ເປີດສະຖານທູດປະຈຳຫວຽດນາມ, ຖືນີ້ແມ່ນພື້ນຖານສຳຄັນເພື່ອເພີມທະວີການພົວພັນ 2 ຝ່າຍ, ສະເໜີໃຫ້ກະຊວງການຕ່າງປະເທດ 2 ປະເທດ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນບົນເວທີປາໄສສາກົນ. ທ່ານນາງເອກອັກຄະລັດຖະທູດ Raisa Vardanyan ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບບັນດາການຜັນແປ່ຫວ່າງມໍ່ໆມານີ້ຢູ່ທະເລຕາເວັນອອກ ແລະ ຖືວ່າ ທຸກໆບັນຫາຕ້ອງໄດ້ຮັບການແກ້ໄຂໂດຍສັນຕິວິທີ.