ຮອງນາຍົກລັດຖະມົນຕີ ຟ້າມບີ່ງມີງ: ແທງຮ໋ວາ ສືບຕໍ່ປະຕິບັດນະໂຍບາຍທີ່ມີຕໍ່ຜູ້ມີຄຸນງາມຄວາມດີເປັນຢ່າງດີ

(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫລອງ 70 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ, ຕອນເຊົ້າວັນທີ 25 ກໍລະກົດ, ແຂວງ ແທງຮ໋ວາ ໄດ້ຈັດຕັ້ງກອງປະຊຸມຍ້ອງຍໍບັນດາຜູ້ມີຄຸນງາມຄວາມດີດີເດັ່ນ ແລະ ບັນດາໝູ່ຄະນະ, ບຸກຄົນມີຜົນງານຫຼາຍຢ່າງໃນຂະບວນການຕອບບຸນແທນຄຸນ.
ຮອງນາຍົກລັດຖະມົນຕີ ຟ້າມບີ່ງມີງ: ແທງຮ໋ວາ ສືບຕໍ່ປະຕິບັດນະໂຍບາຍທີ່ມີຕໍ່ຜູ້ມີຄຸນງາມຄວາມດີເປັນຢ່າງດີ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມິງ

ເຂົ້າຮ່ວມກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມີງ ຝາກຄຳຢຶ້ຢາມຖາມຂ່າວ, ສະແດງຄວາມຮູ້ບຸນຄຸນເຖິງບັນດານັກປະຕິວັດຜູ້ອາວຸໂສ, ແມ່ ຫວຽດນາມ ວິລະຊົນ, ນັກວິລະຊົນກຳລັງປະກອບອາວຸດປະຊາຊົນ, ນັກວິລະຊົນແຮງງານ, ບັນດາທະຫານເຈັບປ່ວຍ, ທະຫານເສຍອົງຄະ, ຍາດຕິພີ່ນ້ອງນັກຮົບເສຍສະຫຼະຊີວິດເພືຶ່ອຊາດ ແລະ ຄອບຄົວຜູ້ມີຄຸນງາມຄວາມດີແຂວງ ແທງຮ໋ວາ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມີງ ເນັ້ນໜັກວ່າ:

        “ແຂວງ ແທງຮ໋ວາ ຄວນມະນາພະຍາຍາມຊຸກຍູ້ການພັດທະນາເສດຖະກິດ, ສັງຄົມ, ຍົກສູງຊີວິດການເປັນຢູ່ໃຫ້ປະຊາຊົນ. ຄຽງຄູ່ກັນນັ້ນ, ແຂວງກໍ່ປະຕິບັດນະໂຍບາຍຂອງພັກສຳລັບຜູ້ມີຄຸນງາມຄວາມດີໃນໄລຍະຈະມາເຖິງ, ໃນນັ້ນຍູ້ແຮງວຽກງານໂຄສະນາ ປະຕິບັດແຜນນະໂຍບາຍບຸລິມະສິດສຳລັບຜູ້ມີຄຸນງາມຄວາມດີເປັນຢ່າງດີ, ເພີ່ມທະວີການສຶກສາລຸ້ນໜຸ່ມມີຄວາມຮັບຮູ້ເລິກເຊິ່ງເຖິງບຸນຄຸນຂອງບັນດານັກວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ.”

ຕອບກັບ

ຂ່າວ/ບົດ​ອື່ນ