ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມີງ ຢ້ຽມຢາມ ອິນເດຍ

(VOVWORLD) - ໂດຍໄດ້ຮັບຄຳເຊີນຂອງທ່ານນາງ Sushma Swaraj, ລັດຖະມົນຕີການຕ່າງປະເທດ ອິນເດຍ, ທ່ານ ຟ້າມບີ່ງມີງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ຢ້ຽມຢາມ ອິນເດຍ ແຕ່ວັນທີ 3 -5 ກໍລະກົດ.
ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມີງ ຢ້ຽມຢາມ ອິນເດຍ - ảnh 1 ການເຈລະຈາລະຫວ່າງ 2 ຝ່າຍ

ຕອນບ່າຍວັນທີ 7 ກໍລະກົດ, ຢູ່ນະຄອນຫຼວງ ນິວເດລີ, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມີງ ໄດ້ເຈລະຈາກັບທ່ານນາງ ລັດຖະມົນຕີການຕ່າງປະເທດ ອິນເດຍ Sushma Swaraj. ສອງຝ່າຍຕີລາຄາສູງການພົວພັນດ້ານການເມືອງທີ່ດີງາມລະຫວ່າງ ຫວຽດນາມ ແລະ ອິນເດຍ. ສອງຝ່າຍຢືນຢັນເພີ່ມທະວີການຮ່ວມມືດ້ານກຳບຳລຸງສ້າງ, ຄົ້ນຄ້ວາວິທະຍາສາດ, ພົວພັນແລກປ່ຽນວັດທະນະທຳ, ພົວພັນແລກປ່ຽນຂອງປະຊາຊົນ. ສອງຝ່າຍກໍ່ຖືວ່າ ຕ້ອງຮັກສາການຮ່ວມມືທາງດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ສຳລັບເລື່ອງ ອິນເດຍ ສືບຕໍ່ບັນດາໂຄງການບຳລຸງສ້າງ, ໜູນຊ່ວຍດ້ານເຕັກນິກ, ສະໜອງສິນເຊື່ອບຸລິມະສິດ ແລະ ເພີ່ມທະວີການຮ່ວມມືໃນການຮັບມືກັບບັນດາສິ່ງທ້າທາຍຕ່າງໆໃນປະຈຸບັນຢ່າງມີປະສິດທິຜົນເພື່ອຜົນປະໂຫຍດຂອງ 2 ປະເທດ ກໍ່ຄືປະກອບສ່ວນໃນການສ້າງສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ຢູ່ໃນໂລກ. ສອງຝ່າຍຢືນຢັນການຮ່ວມມືເພື່ອແນໃສ່ຮັກສາສັນຕິພາບ, ສະຖຽນລະພາບ, ຄວາມປອດໄພ, ຄວາມໝັ້ນຄົງ ແລະ ຄວາມເສລີພາບໃນການເດີນເຮືອ, ການບິນຢູ່ພາກພື້ນ ອາຊີ - ປາຊີຟິກ ແລະ ຢູ່ໃນໂລກ, ເນັ້ນໜັກບັນດາຫຼັກການເຄົາລົບກົດໝາຍສາກົນ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ກົດບັດ ສປຊ ແລະ ສົນທິສັນຍາກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS).

        ແລະກໍ່ໃນຕອນບ່າຍວັນທີ 4 ກໍລະກົດ, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມີງ ກໍ່ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມ ແລະ ມີບົດກ່າວປາໄສສຳຄັນທີ່ການໂອ້ລົມສົນທະນາ Delhi 9, ດ້ວຍຫົວຂໍ້ວ່າ “ການພົວພັນ ອິນເດຍ - ອາຊຽນ: ສ້າງວິວັດການໃຫ້ແກ່ໄລຍະ 25 ປີຈະມາເຖິງ.”

ຕອບກັບ

ຂ່າວ/ບົດ​ອື່ນ