ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຟ້າມ​ບິ່ງ​ມິງ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ເຢຍ​ລະ​ມັນ

(VOVWORLD) -ທ່ານ Andreas Michaelis ຢັ້ງຢືນວ່າ ເຢຍລະມັນ ພ້ອມແລ້ວທີ່ຈະພ້ອມກັບຫວຽດນາມ ສູ້ຊົນຊຸກຍູ້ການພົວພັນລະຫວ່າງ ສອງປະເທດໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່, ແລະມີປະສິດທິຜົນກ່ວາເກົ່າ.
ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຟ້າມ​ບິ່ງ​ມິງ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ເຢຍ​ລະ​ມັນ - ảnh 1

ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຕ້ອນຮັບທ່ານ Andreas Michaelis ລັດຖະມົນຕີກະຊວງການຕ່າງປະເທດ ເຢຍລະມັນ (ພາບ: VGP)

ຕອນບ່າຍວັນທີ 5 ທັນວາ, ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Andreas Michaelis ລັດຖະມົນຕີກະຊວງການຕ່າງປະເທດ ເຢຍລະມັນ ທີ່ພວມມີໜ້າຢູ່ ຫວຽດນາມ ເພື່ອ ເປັນປະທານຮ່ວມກອງປະຊຸມ ຂອງ ກຸ່ມບໍລິຫານຍຸດທະສາດຂັ້ນຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ - ເຢຍລະມັນ ຄັ້ງທີ 5 (4 ທັນວາ 2019)

        ທ່ານ ຟ້າມບິ່ງມິງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືການພົວພັນກັບ ເຢຍລະມັນ ເປັນສຳຄັນເຊິ່ງເປັນຄູ່ຮ່ວມຫຼັກແຫຼ່ງຂອງ ຫວຽດນາມ ຢູ່ ເອີລົບ, ຕີລາຄາການພົວພັນຄູ່່ຮ່ວມມືຍຸດທະສາດ ມີຫຼາຍພື້ນຖານທີ່ແໜ້ນແກ່ນ, ສ້າງເງື່ອນໄຂໃຫ້ແກ່ການພົວພັນລະຫວ່າງ ຫວຽດນາມ -ເຢຍລະມັນ ສືບຕໍ່ພັດທະນາຢ່າງແຮງ, ເປັນຕົ້ນແມ່ນບັນດາຂົງເຂດຄືເສດຖະກິດ, ການຄ້າ ແລະ ການລົງທຶນ. ຫວຽດນາມ ປາດຖະໜາວ່າ ເຢຍລະມັນ ດ້ວຍທີ່ຕັ້ງແຖວໜ້າຢູ່ EU, ຈະຊຸກຍູ້ການໃຫ້ສັດຕະຍາບັນສົນທິສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ສະຫະພັນເອີລົບ (EVFTA) ແລະ ສົນທິສັນຍາອາລັກຂາການລົງທຶນ (EVIPA) ໂດຍໄວ.

        ສ່ວນທ່ານ Andreas Michaelis ຢັ້ງຢືນວ່າ ເຢຍລະມັນ ພ້ອມແລ້ວທີ່ຈະພ້ອມກັບຫວຽດນາມ ສູ້ຊົນຊຸກຍູ້ການພົວພັນລະຫວ່າງ ສອງປະເທດໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່, ແລະມີປະສິດທິຜົນກ່ວາເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ