ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກໃຫ້ການ ຕ້ອນຮັບລັດຖະມົນຕີ ອົງການບຸກຄະລາກອນ ແຫ່ງຊາດຍີ່ປຸ່ນ


ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກໃຫ້ການ ຕ້ອນຮັບລັດຖະມົນຕີ ອົງການບຸກຄະລາກອນ ແຫ່ງຊາດຍີ່ປຸ່ນ - ảnh 1

 (ພາບ: VGP/Lê Sơn)

(vovworld) –​​​​​​​​​ ທີ່​ການ​ຕ້ອນຮັບ​ທ່ານ Kozo Yoshida ລັດຖະມົນຕີ​ອົງການ​ບຸກຄະລາ​ກອນ​ແຫ່ງ​ຊາດ​ຍີ່ປຸ່ນ ​ເມື່ອຕອນ​ບ່າຍວັນ​ທີ 6/11, ​​ ທ່ານຮອງ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ​ ​ໄດ້​ຂອບ​ອົກ​ຂອບ​ໃຈ​ການ​ໜູນ​ຊ່ວຍ​ອັນຕັ້ງໜ້າ​ຂອງ​ລັດຖະບານ ​ແລະ ປະຊາຊົນ​ຍີ່ປຸ່ນ, ​ໃນ​ນັ້ນ, ມີ​ການ​ຮ່ວມ​ມື ​ແລະ ໜູນ​ຊ່ວຍ​ຢ່າງ​ຕັ້ງໜ້າ​ຂອງອົງການ​ບຸກຄະລາ​ກອນ​ແຫ່ງ​ຊາດ​ຍີ່ປຸ່ນ ຕໍ່​ບັນດາ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ການ​ປະຕິ​ຮູບ​ລະບອບ​ລັດຖະການ​ລັດຖະກອນ​ຂອງ​ຫວຽດນາມ. ທ່ານຮອງ​ນາຍົກລັດຖະ ມົນຕີຫງວຽນຊວນ​ຟຸກ​ ​​ເນັ້ນໜັກ​ວ່າ, ອົງການ​ບຸກຄະລາ​ກອນ​ແຫ່ງ​ຊາດ​ຍີ່ປຸ່ນ ​ໄດ້​ໜູນ​ຊ່ວຍ​ກະຊວງ​ພາຍ​ໃນ​ຫວຽດນາມ ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ​ກ່ຽວຂ້ອງ​ເຖິງ​ການຈັດຕັ້ງການ​ເສັງຄັດ​ເລືອກລວມສູນ. ການ​ເຄື່ອນ​ໄຫວ​ນີ້​ມີ​ຄວາມ​ໝາຍ​ສຳຄັນ​ໃນ​ການ​ຮັບປະກັນ​ບັນດາ​ການ​ເຄື່ອ​ນ​ໄຫວ​ກ່ຽວຂ້ອງ​ເຖິງ​ຄຸນ​ນະພາ​ບລັດຖະກອນ​ເຮັດ​ວຽກ​​ໃນ​ພາກ​ລັດ, ຍົກ​ສູງ​ຄວາມ​ເຊື່ອໝັ້ນຂອງ​ປະຊາຊົນ​ຍິ່ງກ່ວາ​ອີກ ​ແລະ ຄວາມ​ຈະ​ແຈ້ງ, ​ເປີດ​ເຜີຍ​ ​ແລະ ມີ​ຄວາມ​ຍຸດຕິ​ທຳໃນ​ການ​ເສັງ​ຄັດ​ເລືອກ​ເຂົ້​າບັນດາ​ອົງການ​ສຳນັກງານຂອງລັດ.

   ສ່ວນ​ທ່ານ Kozo Yoshida ລັດຖະມົນຕີ​ອົງການ​ບຸກຄະລາ​ກອນ​ແຫ່ງ​ຊາດ​ຍີ່ປຸ່ນ ​ໃຫ້​ຮູ້​ວ່າ ອົງການ​ບຸກຄະລາ​ກອນ​ແຫ່ງ​ຊາດ​ຍີ່ປຸ່ນ ຈະ​ແບ່ງປັນ​ບັນດາ​ບົດຮຽນ​ກັບ​ຫວຽ​ດນາມ ​ເພື່ອ​ສຳ​ເລັດ​ການ​ຄຸ້ມ​ຄອງ​ລັດຖະການ​ລັດຖະກອນ​ຢູ່​ຫວຽດນາມ ​​ໃນ​ໄລຍະ​ຈະ​ມາ​ເຖິງ./.

ຂ່າວ/ບົດ​ອື່ນ