ຮອງນາຍົກລັດຖະມົນຕີ ຫງວຽນຊວນຟູ໋ກ ຕ້ອນຮັບ ຄະນະຜູ້ແທນວິສາຫະກິດອາເມລິກາ

ຮອງນາຍົກລັດຖະມົນຕີ ຫງວຽນຊວນຟູ໋ກ ຕ້ອນຮັບ ຄະນະຜູ້ແທນວິສາຫະກິດອາເມລິກາ - ảnh 1
ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟູ໋ກ
ຕ້ອນຮັບ​ຄະນະ​ຜູ້​ແທນ​ວິ​ສາ​ຫະກິດ​ອາ​ເມ​ລິ​ກາ
( ພາບ: baodientu.chinhphu.vn )


( vovworld ) - ຕອນ​ບ່າຍ​ວັນ​ທີ 22/2, ຢູ່ ຮ່າ​ໂນ້ຍ, ​ໃນ​ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ວິ​ສາ​ຫະກິດ​ອາ​ເມ​ລິ​ກາ ​ໂດ​ຍທ່ານ​ເອກ​ອັກຄະ​ລັດຖະທູດ​ອາ​ເມ​ລິ​ກາ ປະຈຳສິງກະ​ໂປ David Adelman ​ເປັນ​ຫົວໜ້າ​ຄະນະ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟູ໋ກ ​ຊົມ​ເຊີຍ​ຄະນະ​ຜູ້​ແທນ​ວິ​ສາ​ຫະກິດ​ອາ​ເມ​ລິ​ກາ ມາ​ຫວຽດນາມ ​ເພື່ອຊອກ​ຫາ​ກາລະ​ໂອກາດການ​ລົງທຶນ, ດຳ​ເນີນ​ທຸລະ​ກິດ. ທ່ານ​ຮອງ​ນາຍົກລັດຖະມົນຕີ​ໄດ້​ຢືນຢັນ​ວ່າ ຫວຽດນາມ ປາດ​ຖະໜາ​ຢາກ​ຮ່ວມ​ມື ​ແລະ ​ພ້ອມ​​ແລ້ວ​ທີ່​ຈະ​ສ້າງ​​ທຸກເງື່ອນ​ໄຂ​​ສະດວກ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ອາ​ເມ​ລິ​ກາ ​ເຄື່ອນ​ໄວ​ລົງທຶນ, ດຳ​ເນີນ​ທຸລະ​ກິດຢູ່​ຫວຽ​ດນາມ. ທ່ານ​ເອກ​ອັກຄະ​ລັດຖະທູດ David Adelman ​ກໍ​ເນັ້ນ​ໜັກ​ວ່າ​ ບັນດາ​ວິ​ສາ​ຫະກິດ​ອາ​ເມ​ລິ​ກາ ປາດ​ຖະໜາຢາກ​ຊອກ​ຫາ​​ກາ​ລະ​ໂອກາດ​ທຳ​ມະຫາ​ກິນ​ຢູ່​ຫວຽ​ດນາມ ​ເພາະ​ວ່ານີ້​ແມ່ນ​ຕະຫຼາດ​ທີ່ມີ​ຄວາມ​ສາມາດ​ບົ່ມຊ້ອນ, ​​ແມ່ນ​ພື້ນຖານ​​ເສດຖະກິດທີ່​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ​ພັດທະນາ​ຢ່າງ​ຂະ​ຫຍັນ​ຂັນ​ເຄື່ອນ. ທ່ານ​ເອກ​ອັກຄະ​ລັດ​ທະ​ທູດ​ປາດ​ຖະໜາ​ວ່າ ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ​ແຫຼ່ງຊັບພະຍາກອນ​ ​ແລະ ຄົນ​ງານ​ຢູ່ຫວຽ​ດນາມ ຈະ​ນັບ​ມື້​ນັບ​ຍົກ​ສູງ​ດ້ານ​ຄຸນ​ນະພາ​ບ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ໃນ​ການ​ພັດທະນາ.

ຂ່າວ/ບົດ​ອື່ນ