(vovworld) – ໂດຍສືບຕໍ່ການປະຕິບັດງານຢູ່ໄຕງວຽນ, ຕອນເຊົ້າວັນທີ 18/9, ຄະນະປະຕິບັດງານລັດຖະບານໂດຍທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ນຳໜ້າມີການເຮັດວຽກກັບການນຳແຂວງ ດັກລັກກ່ຽວກັບສະພາບພັດທະນາເສດຖະກິດ - ສັງຄົມໃນ 9 ເດືອນ, ສະພາບປ້ອງກັນ, ຕ້ານ HIV/AIDS, ໂສເພນີ, ອາດຊະຍາກຳ, ຢາເສບຕິດ ແລະ ຄວາມປອດໄພທາງຄົມມະນາຄົມ.
ທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ແຂວງ ດັກລັກ ເພີ່ມທະວີວຽກງານຊົນເຜົ່າກ່ວາອີກ, ໃນນັ້ນ, ສຸມໃສ່ວຽກງານລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ. ກ່ຽວກັບທາງດ້ານເສດຖະກິດ, ຕ້ອງມີມາດຕະການຢ່າງຂັນແຂງ, ຮອບດ້ານເພື່ອຕ້ານສະພາບຮົ່ວໄຫລອາກອນ, ພ້ອມທັງປະຢັດລາຍຈ່າຍ, ແກ້ໄຂຄວາມຫຍຸງຍາກໃຫ້ແກ່ວິສາຫະກິດ. ໃນວຽກງານປ້ອງກັນ, ຕ້ານຢາເສບຕິດ, ໂສເພນີ, HIV/AIDS ຕ້ອງຕີລາຄາຢ່າງຄົບຖ້ວຍກ່ວາ, ຜັນຂະຫຍາຍຢ່າງຄົບຊຸດກ່ວາ, ກໍ່ຄືຍູ້ແຮງການຮ່ວມມືກັບ ກຳປູເຈຍ, ຄຸມຄອງການເຂົ້າ - ອອກເມືອງຢ່າງແໜ້ນແຟ້ນ, ກຳແໜ້ນສະພາບການ, ເປັນເຈົ້າການປ້ອງກັນ, ຕ້ານບັນດາສະພາບການບໍ່ດີທີ່ອາດຈະເກີດຂຶ້ນ.