ຮອງນາຍົກລັດຖະມົນຕີ ຫວູວັນນິງ ເປັນປະທານ ກອງປະຊຸມຜັນຂະຫຍາຍມະຕິເລກທີ 67 ກ່ຽວກັບການພັດທະນາສິນໃນນ້ຳ

ຮອງນາຍົກລັດຖະມົນຕີ ຫວູວັນນິງ ເປັນປະທານ ກອງປະຊຸມຜັນຂະຫຍາຍມະຕິເລກທີ 67 ກ່ຽວກັບການພັດທະນາສິນໃນນ້ຳ - ảnh 1
(ພາບປະກອບ)

(vovworld) – ຕອນ​ເຊົ້າ​ວັນ​ທີ 22/08, ຢູ່​ນະຄອນຍາ​ຈາງ, ​ແຂວງ​ແຄ໋ງຮ່ວາ, ທ່ານ​ຮອງ​ນາຍົກລັດຖະມົນ​ຕີ ຫວູວັນ​ນິງ ​ໄດ້​ເປັນ​ປະທານ​ກອງ​ປະຊຸມ​ທົ່ວ​ປະ​ເທດ​ຜັນ​ຂະຫຍາຍ​ມະຕິ​ເລກທີ 67/2014 ຂອງ​ລັດຖະບານ​ກ່ຽວ​ກັບ​ບາງ​ນະ​ໂຍບາຍ​ພັດທະນາ​ສິນ​ໃນ​ນ້ຳ. ຈຸດ​ໃໝ່​ສຳຄັນ​ຂອງ​ມະຕິ​ເລກທີ 67 ​ແມ່ນ​ກຳນົດ​ຢ່າງ​ຄົບ​ຖ້ວນ, ມີ​ລະບົບ, ຄົບ​ຊຸດ​ບັນດາ​ນະ​ໂຍບາຍ​ພື້ນຖານ​ໃຫ້​ແກ່​ການ​ສົ່ງ​ເສີມ​ຊາວ​ປະມົງ​ຕໍ່​ກຳ​ປັ່ນ​ມີ​ຄວາມ​ແຮງ​ສູງ, ຫຸ້ມ​ເຫຼັກ​ເພື່ອ​ຄ່ອຍໆ​ຫັນການ​ຫາ​ປາ​ຢູ່​ເຂດ​ໃກ້​ຝັ່ງ ​ໄປ​ສູ່​ການ​ຫາ​ປາ​ຢູ່ເຂດ​ໄກ​ຝັ່ງ​ທີ່​ມີ​ມູນ​ຄ່າ​ເສດຖະກິດ​ສູງ​ກວ່າ, ພ້ອມ​ທັງ​ປະ​ກ​ອບສ່ວນ​ປົກ​ປັກ​ຮັກສາ​ບັນດາ​ເຂດ​ທະ​ເລ​ຂອງ​ຫວຽດນາມ. ນັ້ນ​ແມ່ນ​ບັນດາ​ນະ​ໂຍບາຍ​ກ່ຽວ​ກັບ​ການ​ສ້າງ​ພື້ນຖານ​ໂຄງ​ລ່າງ​ໃຫ້​ແກ່ການ​ຂຸດ​ຄົ້ນ​ສິນ​ໃນ​ນ້ຳ​ລວມທັງ​ທ່າ​ກຳ​ປັ່ນ​ປ່າ, ທ່າປ່າ, ນະ​ໂຍບາຍ​ສິນ​ເຊື່ອ, ນະ​ໂຍບາຍ​ໃຫ້​ກູ້ຢື່ມທຶນ​ເຄື່ອນ​ທີ່, ນະ​ໂຍບາຍ​ປະກັນ​ໄພ​ກຳ​ປັ່ນ, ​ປະກັນ​ໄພ​ໃຫ້​ລູກ​ເຮືອ​. ພິ​ເສດ, ມະຕິ​ໄດ້​ສົ່ງ​ເສີມ​ຊາວ​ປະມົງ​ຕໍ່​ກຳ​ປັ່ນ​ທີ່​ມີ​ຄວາມ​ແຮງ​ສູງ ຫຸ້ມ​ເຫຼັກ, ດ້ວຍ​ໄລຍະ​ເວລາ​ກູ້​ຢື່ມທຶນ​ແມ່ນ 11 ປີ ​ແລະ ອັດຕາ ດອກ​ເບ້ຍ​ພິ​ເສດ​ແມ່ນ​​ແຕ່ 1 – 3%/ປີ.

ຂ່າວ/ບົດ​ອື່ນ