ຮອງນາຍົກລັດຖະມົນຕີ ຫວຽດນາມ ຕ້ອນຮັບຄະນະຜູ້ແທນ ນັກຮົບເກົ່າລາວ, ກຳປູເຈຍ

ຮອງນາຍົກລັດຖະມົນຕີ ຫວຽດນາມ ຕ້ອນຮັບຄະນະຜູ້ແທນ ນັກຮົບເກົ່າລາວ, ກຳປູເຈຍ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸ໋ກ
ຕ້ອນຮັບ​ຄະນະ​ຜູ້​ແທນ​​​ນັກຮົບ​ເກົ່າ​​ລາວ, ກຳປູເຈຍ
(ພາບ: nguyenxuanphuc.net)


(vovworld) -     ວັນ​ທີ 20/12, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸ໋ກ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ສະມາຄົມ​​ນັກຮົບ​ເກົ່າ​ແຫ່ງ​ຊາດ​ລາວ ​ແລະ ຄະນະ​ຜູ້​ແທນ​ສະຫະ​ສະມາຄົມ​​ນັກຮົບ​ເກົ່າ​ກຳປູ​ເຈຍ ທີ່​ມາເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ສະມາຄົມ​ນັກ​ຮົບ​ເກົ່າ​​ທົ່ວ​ປະ​ເທດຫວຽດນາມ ຄັ້ງ​ທີ 5. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸ​໋ກ ຢືນຢັນ​ວ່າ ຫວຽດນາມ - ລາວ - ກຳປູ​ເຈຍ ​ແມ່ນ 3 ປະ​ເທດ​​ບ້ານ​​ໃກ້​ເຮືອນ​ຄຽງ, ມີ​ສາຍພົວພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ມາແຕ່​ດົນ​ນານ, ຍາມ​ໃດ​ກໍ​ສາມັກຄີ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ພາລະກິດ​ຕໍ່ສູ້ ຍາດ​ເອົາ​ເອກະລາດ​ມາໃຫ້​ປະ​ເທດ​ຊາດ​ຂອງ​ແຕ່ລະ​ປະ​ເທດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸ໋ກ ຫວັງ​ວ່າ, ຍາມ​ໃດ ນັກຮົບ​ເກົ່າ​ຂອງ 3 ປະ​ເທດ ກໍມີ​ສະຕິ​ຮັກສາ ​ແລະ ​ເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ສາຍພົວພັນ​ພັດທະນາຢ່າງ​ບໍ່​ຢຸດ​ຢັ້ງ​ນັບທັງ​ລວງ​ກວ້າງ ​ແລະ ລວງ​ເລີກ​, ຮອບດ້ານ ​ແລະ ນັບ​ມື້​ນັບ​​ມີ​ປະສິດທິຜົນ​ສູງ.

ຂ່າວ/ບົດ​ອື່ນ