ຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຮວະ ຕ້ອນຮັບ ພະມະເຫສີ ໂຮນລັງ Maxima

(VOVWORLD) - ຕອນບ່າຍວັນທີ 1 ມິຖຸນາ, ຢູ່ສຳນັກງານລັດຖະບານ, ຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຮວະ ໄດ້ຕ້ອນຮັບ ພະມະເຫສີໂຮນລັງ, ທູດພິເສດຂອງ ເລຂາທິການໃຫຍ່ສະຫະປະຊາຊາດ Maxima
ຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຮວະ ຕ້ອນຮັບ ພະມະເຫສີ ໂຮນລັງ Maxima - ảnh 1 ຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຮວະ ຕ້ອນຮັບ ພະມະເຫສີ ໂຮນລັງ Maxima (ພາບ: ຫວຽດນາມ+)

ພວມມີການຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ, ພະມະເຫສີ Maxima ຕີລາຄາສູງບັນດາຜົນງານທີ່ ຫວຽດນາມ ບັນລຸໄດ້ໃນການພັດທະນາເສດຖະກິດ, ປະຕິບັດນະໂຍບາຍຫຼຸດຜ່ອນຄວາມທຸກຍາກ, ແມ່ນບັນດາບົດຮຽນໃຫ້ແກ່ບັນດາປະເທດ ອື່ນໃນໂລກ. ພ້ອມທັງໃຫ້ຮູ້ວ່າ ຜ່ານການຢ້ຽມຢາມ, ພະມະເຫສີ Maxima  ແລະ ບັນດາອົງການທີ່ກ່ຽວຂ້ອງຂອງ ຫວຽດນາມ ໄດ້ປຶກສາຫາລືບັນດາບັນຫາຍຸດທະສາດ ກ່ຽວກັບການເງິນກວມລວມດ້ວຍຄວາມສາມາດຊຳລະຢ່າງມີປະສິດທິຜົນ, ສອດຄ່ອງກັບຄວາມສາມາດໃຊ້ຈ່າຍຂອງປະຊາຊົນ ແລະ ພື້ນຖານເສດຖະກິດ-ສັງຄົມ.

        ຮອງນາຍົກລັດຖະມົນຕີ ເວືອງດິ່ງເຮວະ ໃຫ້ຮູ້ວ່າ ຫວຽດນາມເຂົ້າໃຈແຈ້ງ 3 ເສົາຄໍ້າ ຂອງການເຕີບໂຕ ແມ່ນຄວາມໝັ້ນຄົງຂອງເສດຖະກິດ, ສັງຄົມ ແລະ ສະພາບແວດລ້ອມ. ເນື້ອໃນຂອງການເຕີບໂຕຮອບດ້ານໄດ້ຮັບການຮັບຮອງເອົາຈາກຫວຽດນາມ ແລະ ຖືກນຳເຂົ້າໃນໂຄງການດຳເນີນງານຂັ້ນ ລັດຖະມົນຕີຂອງບັນດາປະເທດສະມາຊິກ APEC – 2017.

ຕອບກັບ

ຂ່າວ/ບົດ​ອື່ນ