ຮອງນາຍົກລັດຖະມົນຕີ ເປັນເຈົ້າການ ກອງປະຊຸມຜັນຂະຫຍາຍການປ່ອຍເງິນໂຄງການ ODA

ຮອງນາຍົກລັດຖະມົນຕີ ເປັນເຈົ້າການ ກອງປະຊຸມຜັນຂະຫຍາຍການປ່ອຍເງິນໂຄງການ ODA - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ Hoang Trung Hai ​
ເປັນ​ປະທານ​ກອງ​ປະຊຸມ​ລະຫວ່າງ​ບັນດາ​ກະຊວງ
( ພາບ: chinhphu.vn )


(vovworld) –     ວັນ​ທີ 10/7, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ນາຍົກລັດຖະມົນຕີ Hoang Trung Hai ​ໄດ້​ເປັນ​ປະທານ​ກອງ​ປະຊຸມ​ລະຫວ່າງ​ບັນດາ​ກະຊວງ; ກະຊວງ​ຄົມມະ​ນາ​ຄົມຂົນ​ສົ່ງ, ກະຊວງ​ແຜນການ​​ ແລະ ການ​ລົງທຶນ, ການ​ຊວງ​ກໍ່ສ້າງ, ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ​ແລະ ບັນດາ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງກ່ຽວ​ກັບ​ສະພາບ​ການ​ຜັນ​ຂະຫຍາຍ​ການປະຕິບັດ​ການ​ປ່ອຍ​ເງິນ​ໂຄງການ ODA ​ເວົ້າ​ລວມ ​ແລະ ສະພາບ​ຜັນ​ຂະຫຍາຍ 9 ​ໂຄງການ​ປ່ອຍ​ເງິນ​ທີ່​ຊັກ​ຊ້າ​ໃນ​ປີ 2012 ​ໂດຍ​ທະນາຄານ​ໂລກ​ອຸປະຖຳ. ທີ່​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ Hoang Trung Hai ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ ປະຕິບັດ​ບັນດາ​ວຽກ​ງານຢ່າງ​ເຂັ້ມ​ງວດ ​ແລະ ​ໃຫ້ຄຳ​ໝັ້ນ​ສັນຍາ​ປ່ອຍ​ເງິນ 9 ​ໂຄງການ, ຮັບປະກັນ​ໃນ​ປີ 2012 ນຳ​ບັນດາ​ໂຄງການ​ນີ້​ອອກ​ຈາກ​ບັນຊີ​ລາຍ​ຊື່ບັນດາ​​ໂຄງການ​ທີ່​ປ່ອຍ​ເງິນ​ຢ່າງ​ຊັກ​ຊ້າ. ທ່ານ​ຮອງ​ນາຍົກລັດຖະມົນຕີຊີ້ນຳວ່າ ບັນດາ​ອົງການ​ຮັບຜິດຊອບ, ຊຸກຍູ້,​ຊີ້​ນຳ, ຕິດຕາມ​ກວດກາ​ການ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ຍູ້​ແຮງ​ຄວາມ​ຄືບ​ໜ້າ​ໃນ​ການ​ປ່ອຍ​ເງິນ ​ແລະ ຮັບ​ຜິດຊອບຕໍ່​ລັດຖະມົຕີ​ຢ່າງຮອບດ້ານກ່ຽວ​ກັບ​ລະດັບ​ຄວາມ​ໄວ ​ແລະ ປະສິດທິ​ຜົນ​ຂອງ​ບັນດາ​​ໂຄງການ.

ຂ່າວ/ບົດ​ອື່ນ