(ບໍລິສັດ Bosch)
(vovworld) – ຕອນບ່າຍວັນທີ 20/11, ທ່ານ Sigmar Gabriel, ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີວ່າການກະຊວງເສດຖະກິດ ແລະ ພະລັງງານເຢຍລະມັນ ໄດ້ໄປຢ້ຽມຢາມສູນກໍ່ສ້າງວິຊາເຕັກນິກອຸດສາຫະກຳຂອງກຸ່ມບໍລິສັດ Bosch (ສາທາລະນະລັດສະຫະພັນເຢຍລະມັນ), ຢູ່ເຂດອຸດສາຫະກຳລອງແທ່ງ, ແຂວງດົ່ງນາຍ. ທ່ານຮອງນາຍົກລັດຖະມົນຕີເຢຍລະມັນ ປາດຖະໜາວ່າ ການພົວພັນທີ່ໝັ້ນຄົງລະຫວ່າງຫວຽດນາມ ແລະ ເຢຍລະມັນ ຈະເປີດຊ່ອງທາງໃຫ້ແກ່ການຍົກສູງມາດຖານກ່ຽວກັບທັກສະວິຊາຊີບຢູ່ຫວຽດນາມ. ຂໍ້ລິເລີ່ມຮ່ວມມືລະຫວ່າງ Bosch ແລະ Lilama 2 ແມ່ນຄວາມມານະພະຍາຍາມທີ່ນຳໜ້າ ແລະ ແມ່ນຕົວຢ່າງທີ່ເດັ່ນເພື່ອໃຫ້ບັນດາບໍລິສັດ ແລະ ໂຮງຮຽນສອນວິຊາຊີບແຫ່ງອື່ນໆຢູ່ຫວຽດນາມ ມຸ່ງໄປເຖິງ.