ຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ເຂົ້າຮ່ວມການໂອ້ລົມສົນທະນາສົ່ງເສີມການລົງທຶນຢູ່ ບຣຸກແຊນ

(VOVWORLD) - ຕອນຄ່ຳວັນທີ 18 ກັນຍາ, ຢູ່ ບຣຸກແຊນ, ປະເທດ ແບນຊິກ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ເປັນປະທານການໂອ້ລົມສົນທະນາສົ່ງເສີມການລົງທຶນດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າບັນດາວິສາຫະກິດ ຫວຽດນາມ, ແບນຊິກ ແລະ ເອີລົບ ກ່ວາ 100 ຄົນ. 
  
ຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ເຂົ້າຮ່ວມການໂອ້ລົມສົນທະນາສົ່ງເສີມການລົງທຶນຢູ່ ບຣຸກແຊນ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ທີ່ພິທີ

ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເວືອງດີ່ງເຫ້ວ ຢັ້ງຢືນວ່າ ລັດຖະບານ ຫວຽດນາມ ໃຫ້ຄຳໝັ້ນສັນຍາສືບຕໍ່ມານະພະຍາຍາມສ້າງສະພາບແວດລ້ອມແຫ່ງການລົງທຶນໂປ່ງໃສ, ສະໜິດສະໜົມກັບວິສາຫະກິດ, ມີການເປີດປະຕູສູງ, ສ້າງເງື່ອນໄຂສະດວກທີ່ສຸດໃຫ້ບັນດາວິສາຫະກິດ. ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໄດ້ສົ່ງເສີມບັນດາວິສາຫະກິດ ແບນຊິກ ແລະ ເອີລົບ ຊຸກຍູ້ວິວັດການລົງນາມ ແລະ ໃຫ້ສັດຕະຍາບັນສັນຍາ EVFTA ກໍ່ຄືກຽມພ້ອມບັນດາແຜນການລົງທຶນເຂົ້າບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ບັນດາວິສາຫະກິດຄົ້ນຄ້ວາບັນດາກາລະໂອກາດກາຍເປັນຄູ່ຮ່ວມມືຍຸດທະສາດຂອງບັນດາລັດວິສາຫະກິດທີ່ພວມ ແລະ ຈະຫັນເປັນຫຸ້ນສ່ວນ, ຖອນທຶນໃນໄລຍະຈະມາເຖິງ:

        “ສຳລັບສັນຍາ EVFTA ແລະ ບັນດາສັນຍາ FTA ລຸ້ນໃໝ່ທີ່ໃກ້ຈະມີຜົນສັກສິດນັ້ນ, ໝາກຜົນຕັ້ງໜ້າຂອງວິວັດການປ່ຽນໃໝ່ຮູບແບບການເຕີບໂຕ, ການລົງທຶນ, ດຳເນີນທຸລະກິດ, ສົມທົບກັບຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງຂອງປະເທດ ຫວຽດນາມ ທັນສະໄໝ, ບໍ່ມີສາຍເຫດໃດອາດສາມາດສະກັດກັ້ນການຊຸກຍູ້ສາຍພົວພັນລະຫວ່າງ ຫວຽດນາມ ກັບ ແບນຊິກເວົ້າສະເພາະ ແລະ ສະຫະພາບ ເອີລົບ ເວົ້າລວມ ພັດທະນາຢ່າງແຂງແຮງກ່ວາ, ເລິກເຊິ່ງກ່ວາໃນທຸກໆຂົງເຂດໄດ້, ພິເສດແມ່ນການພົວພັນເສດຖະກິດ, ການຄ້າ, ການລົງທຶນ. ພວກເຮົາອາດສາມາດກາຍເປັນບັນດາແບບຢ່າງໃນເງື່ອນໄຂລັດທິອາລັກຂາ ແລະ ລັດທິປະຊານິຍົມ ເກືອບຄືວ່າພວມບືນຕົວຂຶ້ນຢູ່ປະເທດຈຳນວນໜຶ່ງ.”

ຕອບກັບ

ຂ່າວ/ບົດ​ອື່ນ