ຮອງນາຍົກລັດຖະມົນຕີ Hoang Trung Hai ຕ້ອນຮັບປະທານບໍລິຫານ ກອງທຶນການສຶກສາອາເມລິກາ

ຮອງນາຍົກລັດຖະມົນຕີ Hoang Trung Hai ຕ້ອນຮັບປະທານບໍລິຫານ ກອງທຶນການສຶກສາອາເມລິກາ - ảnh 1
( ທ່ານ​ຮອງ​ນາຍົກລັດຖະມົນຕີ Hoang Trung Hai )

( vovworld ) -   ຕອນ​ບ່າຍ​ວັນ​ທີ 21/5, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ນາຍົກລັດຖະມົນຕີ Hoang Trung Hai ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ John Wolf, ປະທານ​ບໍລິຫານກອງ​ທຶນການສຶກສາ Eisenhower Fellowship ( ອາ​ເມ​ລິ​ກາ ) ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ຫວຽ​ດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ຮອງ​ນາຍົກລັດຖະມົນຕີ Hoang Trung Hai ຊົມ​ເຊີຍກອງ​ທຶນການສຶກສາ Eisenhower Fellowship ​​ເຊິ່ງໄດ້​ເປີດ​ກ້ວາງ​​ໂຄງການຢູ່​ຫວຽດນາມ ​ແລະ ຖື​ວ່າ ນີ້​ແມ່ນ​​ໂຄງການ​ທີ່ຈະ​ປະກອບສ່ວນພັດທະນາ​ແຫຼ່ງຊັບ​ພະຍາກອນ​ມະນຸດ, ​ເພາະສະ​ນັ້ນ ລັດຖະບານ​ຫວຽ​ດນາມ ຈະສ້າງ​ເງື່ອນ​ໄຂ​ດີ​ທີ່​ສຸດ​ໃນ​ການ​ຜັນ​ຂະຫຍາຍ​​ໂຄງການໃນ​ອະນາຄົດ. ທ່ານ​ປະທານ John Wolf ​ໄດ້​ສະ​ແດງ​ຄວາມ​ປາດ​ຖະ​ໜາ​ຢາກ​ເຊີນ​ບັນດາ​ຜູ້​ອອກ​ສະໝັກ​ທີ່​ມີ​ເງື່ອນ​ໄຂ​ຢ່າງ​ພຽງພໍຂອງ ຫວຽດນາມ ​ເຂົ້າ​ຮ່ວມ​ໂຄງການ​ທີ່ສະຫງວນ​​ໃຫ້​ແກ່ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ຂອງກອງ​ທຶນ. ກອງ​ທຶນການສຶກສາ Eisenhower Fellowship ​ແມ່ນ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ, ບໍ່​ຫວັງ​ຜົນ​ປະ​ໂຫຍ​ດ ​ເຊິ່ງໄດ້​ຮັບ​ການສ້າງ​ຕັ້ງ​ຂຶ້ນແຕ່​ປີ 1953 ​ເພື່ອ​ແນ​ໃສ່​ສະ​ເຫຼີມສະຫຼອງ​ວັນ​ຄ້າຍ​ວັນ​ເກີດ​ຂອງ​ທ່ານ​ປະທານາທິບໍດີ Dwight Eisenhower ຢູ່​ທຳນຽບຂາວ. ​ແຫຼ່ງທຶນ​ຂອງ​ກອງ​ທຶນ​ໂດຍ​ສ່ວນ​ປຸກ​ຄົນ, ອົງການ, ວິ​ສາ​ຫະກິດ​ອາ​ເມ​ລິ​ກາ ປະກອບສ່ວນ. ນັບແຕ່​ເມື່ອ​ສ້າງ​ຕັ້ງ​ມາ​ຮອດ​ປະຈຸ​ບັນ, ກອງ​ທຶນ​ໄດ້​ຊ່ວຍ​ເໜືອກວ່າ 2.000 ຄົນ ຢູ່ 100 ປະ​ເທດ, ​ໃນ​ນັ້ນ​ຢູ່​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ແມ່ນ​​ເກືອ​ບ 200 ຄົນ.

ຂ່າວ/ບົດ​ອື່ນ