(vovworld) - ໃນການຢ້ຽມຢາມ Bulgaria ຢ່າງເປັນທາງການ, ຕອນບ່າຍວັນທີ 1/9, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ Nguyen Thien Nhan ແລະ ຄະນະຜູ້ແທນຂັ້ນສູງລັດຖະບານຫວຽດນາມ ໄດ້ມີການພົບປະ ແລະ ໂອ້ລົມກັບພະນັກງານ, ພາລະກອນສະຖານທູດຫວຽດນາມ ປະຈຳ ບຸນກາລີ ແລະ ພໍ່ແມ່ປະຊາຊົນຫວຽດນາມ ທີ່ພວມດຳລົງຊີວິດ, ຮໍ່າຮຽນຢູ່ນະຄອນຫຼວງ Sophia, ຂອງ Bulgaria. ທ່ານຮອງນາຍົກລັດຖະມົນຕີ Nguyen Thien Nhan ໄດ້ສະເໜີໃຫ້ສະຖານທູດຫວຽດນາມ ຄວນເອົາໃຈໃສ່ເຖິງວຽກງານການທູດຫຼາຍກວ່າອີກ ເພື່ອຮັບໃຊ້ເສດຖະກິດ, ຊ່ວຍບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ວິສາຫະກິດສອງປະເທດສ້າງຕັ້ງ ແລະ ຜັນຂະຫຍາຍຢ່າງມີປະສິດທິຜົນ, ເພື່ອເພີ່ມວົງເງິນການຄ້າສອງສົ້ນໃຫ້ສູງຂຶ້ນ. ທ່ານຮອງນາຍົກລັດຖະມົນຕີ ກໍສະແດງຄວາມເຊື້ອໝັ້ນວ່າ, ຊາວຫວຽດນາມ ແຕ່ລະຄົນຢູ່ Bulgaria ຈະເປັນຂົວເຊື່ອມຕໍ່ປະກອບສ່ວນໂຄສະນາກ່ຽວກັບປະເທດຊາດ, ວັດທະນະທຳ ແລະ ຊາວຫວຽດນາມ, ປະກອບສ່ວນນຳຫວຽດນາມ ແລະ Bulgaria ຍັບເຂົ້າກັນກວ່າ.