(vovworld) - ເພື່ອແນໃສ່ກະກຽມໃຫ້ກອງປະຊຸມສະໃໝສາມັນເທື່ອທີ 4 ສະພາແຫ່ງຊາດຫວຽດນາມ ຊຸດທີ 13, ຕອນເຊົ້າວັນທີ 30/9, ຄະນະສະມາຊິກສະພາແຫ່ງຊາດແຂວງ ກວາງນາມ ໂດຍທ່ານກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ Nguyen Xuan Phuc ນຳໜ້າ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງເມືອງບັກຈ່າມີ, ແຂວງກວາງນາມ.
ທີ່ການພົບປະ, ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ໄດ້ແຈ້ງບາງຈຸດກ່ຽວກັບສະພາບເສດຖະກິດສັງຄົມຂອງປະເທດຊາດໃນ 9 ເດືອນປີ 2012, ເສດຖະກິດມະຫາພາກເປັນປົກກະຕິ, ໄພເງິນເຟີ້ໄດ້ຮັບການຄວບຄຸມ, ຊີວິດການເປັນຢູ່ຂອງປະຊາຊົນເປັນປົກກະຕິ ແລະ ຮັບປະກັນຊີວິດສັງຄົມ. ພິເສດ, ຕາງໜ້າໃນການນຳພັກ, ລັດ, ທ່ານຮອງນາຍົກລັດຖະມົນຕີໄດ້ແບ່ງປັນຄວາມເປັນຫ່ວງເປັນໃຍ່ ບໍ່ອຸ່ນອຽງໃຈຂອງພໍ່ແມ່ປະຊາຊົນໃນໄລຍະຜ່ານມາ ທີ່ກ່ຽວຂ້ອງເຖິງແຜນດິນໄຫວຢູ່ເຂດເຂື່ອນໄຟຟ້ານ້ຳຕົກ Song Tranh 2, ແຂວງບັກຈ່າມີ. ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ໄດ້ຢືນຢັນວ່າ.
“ທ່ານນາຍົກລັດຖະມົນຕີໄດ້ຕົກລົງບາງມາດຕະການເພື່ອຕີລາຄາສະພາບແຜ່ນດິນໄຫວຢູ່ທີ່ນີ້ຢ່າງລະອຽດ ແລະ ໄດ້ຈັດສົ່ງພະນັກງານວິທະຍາສາດໃຫ້ມີໜ້າຢູ່ນີ້ໃນລະດູຟົນຕົກນ້ຳຖ້ວມ ເພື່ອຕິດຕາມສະພາບການ. ມີມາດຕະການກະກຽມປ້ອງກັນຕ້ານພະຍຸນ້ຳຖ້ວມຢ່າງລະອຽດ. ກຸມບໍລິສັດພະລັງງານໄຟຟ້າຫວຽດນາມ ໄດ້ຊີ້ນຳຄະນະຄຸມຄອງເຂື່ອນໄຟຟ້ານ້ຳຕົກ 3 ຊ່ວຍເຫຼືອປະຊາຊົາ. ຄະນະສະມາຊິກສະພາແຫ່ງຊາດຂອງແຂວງກໍຮຽກຮ້ອງປະຕິບັດ ແລະ ສືບຕໍ່ຕິດຕາມກວດກາບັນຫານີ້.”