ຮອງນາຍົກລັດຖະມົນຫວຽດນາມ ສິ້ນສຸດການຢ້ຽມຢາມ ແລະ ເຮັດວຽກຢູ່ສະວິດ ແລະ ບຸນກາລີ

ຮອງນາຍົກລັດຖະມົນຫວຽດນາມ ສິ້ນສຸດການຢ້ຽມຢາມ ແລະ ເຮັດວຽກຢູ່ສະວິດ ແລະ ບຸນກາລີ - ảnh 1
ທ່ານຮອງ​ນາຍົກລັດຖະມົນ Nguyen Thien Nhan ​ເຂົ້າ​ຢ້ຽມຂໍ່ານັບ​
ປະທາ​ທາ​ທິບໍດີ​ບຸນ​ກາລີ Bulgari Rosen Plevneliev
(ພາບ: vietnamplus.vn)

(vovworld) -     ວັນ​ທີ 4/9, ທ່ານຮອງ​ນາຍົກລັດຖະມົນ Nguyen Thien Nhan ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ລັດຖະບານ​ຫວຽດນາມ ​ໄດ້​ສິ້ນ​ສຸດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​​ປະ​ເທດ​ສະ​ວິດ ​ແລະ ບຸນ​ກາລີ ​ແຕ່ວັນ​ທີ 30/8 – 4/9 ຢ່າງ​ຈົບງາມ. ກ່ອນ​ໜ້າ​ນັ້ນ, ​ໃນ​ຕອນ​ບ່າຍ​ວັນ​ທີ 4/9, ທ່ານຮອງ​ນາຍົກລັດຖະມົນ Nguyen Thien Nhan ​ໄດ້​ເຂົ້າ​ຢ້ຽມຂໍ່ານັບ​ປະທາ​ທາ​ທິບໍດີ​ບຸນ​ກາລີ Bulgari Rosen Plevneliev. ນະ​ທີ່​ນິ້, ທ່ານ​ຮອງ​ນາຍົກລັດຖະມົນຕີ ​ໄດ້​ຢືນຢັນ​ວ່າ ຍາມ​ໃດ​ຫວຽດນາມ ກໍ​ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ພົວພັນ, ຮ່ວມ​ມື​ຢ່າງຮອບດ້ານ​ກັບ​ບັນດາ​ປະ​ເທດ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ​ຢູ່​ເອີ​ລົບ​ກາງ - ​ເອີ​ລົບ​ຕາ​ເວັນ​ອອກ, ​ໃນ​ນັ້ນ​ມີ​ບຸນ​ກາລີ. ທ່ານ​ຮອງນາຍົກລັດຖະມົນຕີຢືນຢັນ​ວ່າ ປະຊາ​ຄົມ​ຊາວ​ຫວຽ​ດນາມ ອາ​ໄສ​ຢູ່​ບຸນ​ກາລີ ພວມ ​ແລະ ຈະ​ສືບ​ຕໍ່​ແມ່ນ​ປັດ​ໃຈ​ສຳຄັນ​ໃນ​ການ​ຊຸກຍູ້​ການ​ພົວພັນ​ຫຼາຍ​ດ້ານ​ລະຫວ່າງ​ສອງ​ປະ​ເທດ ​ແລະ ​ເພີ່ມ​ທະວີ​ຄວາມ​​​ເຂົ້າ​ໃຈ​ລະຫວ່າງ​ສອງ​ຊາດ… ທ່ານ​ປະທານາທິບໍດີ Rosen Plevneliev ຢືນຢັນ​ວ່າ ບຸນ​ກາລີ ມີ​​ແຜນ​ນະ​ໂຍບາຍ​ສ້າງ ​ແລະ ຟື້ນ​ຟູ​ສາຍພົວພັນ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​​ໂຫຍ​ດກັບ​ຫວຽດນາມ, ພ້ອມ​ທັງປາດ​ຖະໜາ​ວ່າ ຢາກ​ຍົກ​​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຂຶ້ນ​ສູ່​ລະດັບຍຸກ​ທະ​ສາດ.

​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທ່ານຮອງ​ນາຍົກລັດຖະມົນ Nguyen Thien Nhan ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ລັດຖະມົນຕີ​ວັດທະນະທຳ Vejdi Rashidov, ທ່ານ​ລັດຖະມົນຕີ​ກະຊວງ​ສຶກສາ, ຊາວ​ໜຸ່ມ ​ແລະ ວິທະຍາສາດ Sergei Ignatov; ​​ເປັນ​ສັກ​ຂີ​ພິຍານໃນ​ຂໍ້​ຕົກລົງ​ລະຫວ່າງ​ມະຫາວິທະຍາ​ໄລ​ວິທະຍາສາດ, ສັງຄົມ ​ແລະ ວັດທະນະທຳ​ມະນຸດ, ທີ່​ຂຶ້ນ​ກັບ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ຮ່າ​ໂນ້ຍ ​ແລະ ມະຫາວິທະຍາ​ໄລ​ສັງ​ລວມ Sifia ກ່ຽວ​ກັບ​ການ​ສ້າງພາກວິຊາພາສາ​ຫວຽດ ຢູ່ມະຫາວິທະຍາ​ໄລ​ສັງ​ລວມ Sifia.

ຂ່າວ/ບົດ​ອື່ນ