(vovworld) - ທ່ານຮອງນາຍົກລັດຖະມົນຕີຫວຽດນາມ Vu Van Ninh ໄດ້ຝາກຄຳອວນພອນ ແລະ ຂອງຂັວນ ເຖິງພໍ່ແມ່ນປະຊາຊົນເຜົ່າຂະແມ ເນື່ອງໃນໂອກາດບຸນປີໃໝ່ Chol Chnam Thmay 2012. ວັນທີ 15/4, ຄະນະຊົນເຜົ່າແຂວງ ດົ່ງນາຍ ໄດ້ໄປຍັງວັດ ຮວາເຊີນຕື້ ແລະ ວັດ ໄທຮ່ວາ ແຂວງ ດົ່ງນາຍ ເພື່ອມອບຂອງຂັວນ ແລະ ສານອວຍພອນປີໃໝ່ຂອງທ່ານຮອງນາຍົກລັດຖະມົນຕີ Vu Van Ninh. ໃນສານ, ທ່ານຮອງນາຍົກລັດຖະມົນຕີ Vu Van Ninh ຊີ້ແຈງວ່າ: ປີ 2011 ແລະ ຊຸມເດືອນຕົ້ນປີ 2012 ລັດຖະບາຍ, ກະຊວງ, ຂະແໜງການຕ່າງໆ ຢູ່ສູນກາງ ແລະ ທ້ອງຖີ່ນ ສືບຕໍ່ປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະ ລັດ ເພື່ອແນໃສ່ຍູ້ແຮງການພັດທະນາເສດຖະກິດ - ສັງຄົມ, ຍົກສູງຊີວິດການເປັນຢູ່ທັງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນພາກໃຕ້. ທຸກຂັ້ນ, ທຸກຂະແໜງການໄດ້ປະຕິບັດບັນດານະໂຍບາຍສະເພາະໃຫ້ແກ່ເຂດຊົນເຜົ່າສວນໜ້ອຍຢ່າງຕັ້ງໜ້າ ແລະ ມີປະສິດທິຜົນ. ພໍ່ແມ່ນປະຊາຊົນ ແລະ ຄູບາອາຈານເຜົ່າຂະແມ ໄດ້ເສີມຂະຫຍາຍມູນເຊື້ອຮັກຊາດ, ສາມັກຄີ, ອອກແຮງງານ, ຜະລິດ ແລະ ຮ່ຳຮຽນຢ່າງຫ້າວຫັນ, ສ້າງການຫັນປ່ຽນຢ່າງຮອບດ້ານໃນທຸກດ້ານ. ຕາງໜ້າໃຫ້ລັດຖະບານ, ນາຍົກລັດຖະມົນຕີ ແລະ ຄະນະຊີ້ນຳທິດຕາເວັນຕົກພາກໃຕ້, ທ່ານຮອງນາຍົກລັດຖະມົນຕີ ອວຍພອນໃຫ້ພໍ່ແມ່ນປະຊາຊົນເຜົ່າ ຂະແມພາກໃຕ້ ຈົ່ງຕ້ອນຮັບບຸນປີໃໝ່ 2012 ຢ່າງມ່ວນຊື່ນ, ສາມັກຄີ, ປອດໄພ ແລະ ປະຢັດ.