ຮອງປະທານປະເທດຫງວຽນທິຢວານຕ້ອນຮັບຄະນະຜູ້ແທນຜູ້ທີ່ມີອິດທິພົນແຂວງລາຍເຈົາ
ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ທີ່ການຕ້ອນຮັບ
(vovworld) - ຕອນເຊົ້າວັນທີ 31/3, ທີ່ສຳນັກງານປະທານປະເທດ, ທ່ານນາງຮອງປະທານປະເທດຫວຽດນາມ ຫງວຽນທິຢວານ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຜູ້ທີ່ມີອິດທິພົນ, ມີຜົນງານໃນພາລະກິດປົກປັກຮັກສາປະເທດຊາດແຂວງ ລາຍເຈົາ. ກ່າວຄຳເຫັນນະທີ່ນີ້, ທ່ານນາງຮອງປະທານປະເທດຫວຽດນາມ ຫງວຽນທິຢວານ ເນັ້ນໜັກວ່າ: ຫວຽດນາມ ມີຄວາມສາມັກຄີລະຫວ່າງ 54 ຊົນເຜົ່າອ້າຍນ້ອງມາແຕ່ດົນນານ. ພາຍໃຕ້ການຊີ້ນຳນຳພາຂອງພັກ, ປະເທດພວມມີການຫັນປ່ຽນໃນແຕ່ລະມື້, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບອິ່ມໜຳສຳລານ, ບົດບາດທີ່ຕັ້ງຂອງ ຫວຽດນາມ ຢູ່ໃນເວທີສາກົນນັບມື້ນັບໄດ້ຮັບການຍົກສູງຂຶ້ນ. ຜົນສຳເລັດນັ້ນມີການປະກອບສ່ວນກຳລັງເຫື່ອແຮງອັນໃຫຍ່ຫຼວງຂອງບັນດາຜູ້ທີ່ມີອິດທິພົນໃນປະຊາຄົມບັນດາເຜົ່າ. ທ່ານນາງຮອງປະທານປະເທດ ຫວຽດນາມ ຫງວຽນທິຢວານ ປາດຖະໜາວ່າ: ບັນດາຜູ້ທີ່ມີອິດທິພົນສືບຕໍ່ເສີມຂະຫຍາຍບົດບາດຂອງຕົນ, ເປັນແບບຢ່າງໃນບັດດາຂະບວນການຢູ່ບ້ານ, ຮັກສາຄວາມສະຫງົບປອດໄພ ຄວາມເປັນລະບຽບຮຽບຮ້ອຍໃຫ້ໝັ້ນຄົງ, ປະຕິບັດສຳເລັດຄາດໝາຍ, ແຜນການທີ່ວາງອອກ; ພ້ອມທັງປະກອບຄຳເຫັນ ເພື່ອປະກອບສ່ວນຈັດຕັ້ງກອງປະຊຸມທີ່ເປັນແບບຢ່າງຢູ່ທ້ອງຖິ່ນ, ກອງປະຊຸມໃຫຍ່ພັກທຸກຂັ້ນ, ມຸ່ງໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກໃນທາມກາງນ້ຳໃຈເບີກບານມ່ວນຊື່ນ ແລະ ສາມັກຄີ.