ຮອງປະທານປະເທດຫວຽດນາມ ຕິດຕາມກວດກາວຽກງານບຳລຸງສ້າງວິຊາຊີບໃຫ້ແກ່ຄົນງານຊົນນະບົດ

ຮອງປະທານປະເທດຫວຽດນາມ ຕິດຕາມກວດກາວຽກງານບຳລຸງສ້າງວິຊາຊີບໃຫ້ແກ່ຄົນງານຊົນນະບົດ - ảnh 1
(ພາບປະກອບ)

(vovworld) -     ວັນ​ທີ 13/9, ທ່ານ​ນາງຮອງ​ປະທານ​ປະ​ເທ​ດຫວຽດນາມ Nguyen Thi Doan ພ້ອມ​ກັບ​ຄະນະ​ສະມາຊິກ​ສາ​ພາ​ແຫ່ງ​ຊາດ​ຂອງ​ຮ່າ​ຕິ້ງ ດຳ​ເນີນ​ການ​ຕິດຕາມ​ກວດກາ​ການ​ປະຕິບັດ​ນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບການບຳລຸງ​ສ້າງວິຊາ​ຊີບ​ໃຫ້​ແກ່ຄົນ​ງານ​ຊົນນະບົດ​ໃນ​ບໍລິ​ເວັນ​ແຂວງ​ຮ່າ​ນາມ. ທີ່​ການ​ເຮັດ​ວຽກ, ທ່ານ​ນາງຮອງ​ປະທານ​ປະ​ເທດ Nguyen Thi Doan​ໄດ້​ຮຽກຮ້ອງ​ໃຫ​້​ແຂວງ ຮ່າ​ນາມ ​ຕ້ອງ​ໄຈ​້ແຍກຢ່າງ​ລະອຽດຂອບ​ຂະໜາດ, ຈຳນວນ​ບັນດາ​ສູນ​ບຳລຸງ​ສ້າງ​ວິຊາ​ຊີບ, ​ເຫດຜົນ ​ແລະ ວິທີ​​ແກ້​ໄຂ​ການ​ລົງທຶນ​ທີ່​ບໍ່​ມີ​ຈຸດ​ສຸມ​ບັນດາ​ຮາກ​ຖານ​ບຳລຸງ​ສ້າງວິຊາ​ຊີບ; ​ເລື່ອງ​ໂຄສະ​ນາ​ສຶສາ​ກ່ຽວ​ກັບ​​ການ​ແນະນຳວິສາ​ຊີບ​ຂອງ​ຂະ​ແໜງ​ສຶກສາ - ບຳລຸງ​ສ້າງ; ສາຍ​ພົວພັນ​ລະຫວ່າງ​ພະ​ແນ​ກ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ກັບ​ບັນດາ​ອົງການ: ສະມາຄົມ​ແມ່ຍິງ, ສະມາຄົມ​ຊາວ​ກະສິກອນ, ຄະນະ​ຊາວ​ໜູ່ມ, ສະມາຄົມ​ນັກຮົບ​ເກົ່າ… ​ໃນ​ວຽກ​ງານ​ບຳລຸງ​ສ້າງ​ວິສາ​ຊີບ; ປະສິດທິ​ຜົນ​ຂອງ​ການ​ປະຕິບັດ​ນະ​ໂຍບາຍ, ກົດໝາຍ ກ່ຽວ​ກັບ​ການ​ບຳລຸງ​ສ້າງ​ວິສາ​ຊີບ​ໃຫ້​ຄົນ​ງານ​ຊົນນະບົດ​ກັບ​ບັນດາ​ອາຊີບ​ກະສິກຳ…

ຂ່າວ/ບົດ​ອື່ນ