ຮອງປະທານປະເທດ ຕ້ອນຮັບຄະນະຜູ້ແທນ ງານມະໂຫລານ ມິດຕະພາບຫວຽດນາມ - ຍີ່ປຸ່ນ

ຮອງປະທານປະເທດ ຕ້ອນຮັບຄະນະຜູ້ແທນ ງານມະໂຫລານ ມິດຕະພາບຫວຽດນາມ - ຍີ່ປຸ່ນ - ảnh 1
ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ຕ້ອນຮັບ
​ຄະນະ​ຜູ້​ແທນ​ງານມະ​ໂຫລານ​ມິດຕະພາບ​ຫວຽດນາມ - ຍີ່ປຸ່ນ
(ພາບ: radiovietnam.vn)


(vovworld) - ​​ ວັນ​ທີ 20 ກັນຍາ, ຢູ່​ຮ່າ​ໂນ້ຍ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ງານມະ​ໂຫລານ​ມິດຕະພາບ​ຫວຽດນາມ - ຍີ່ປຸ່ນ. ຢູ່​ທີ່​ນີ້, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ເນັ້ນ​ໜັກ​ວ່າ ຫວຽດນາມ ​ແລະ ຍີ່ປຸ່ນ ມີ​ຫຼາຍ​ຈຸດ​ທີ່​ຄ້າຍ​ຄື​ກັນ​ກ່ຽວ​ກັບດ້ານ​ວັດທະນະທຳ, ມະນຸດ ​ແລະ ນັບ​ແຕ່​ເມື່ອ 2 ປະ​ເທດ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ຢ່າງ​ເປັນ​ທາງ​ການ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຢ່າງ​ໝັ້ນຄົງດ້ານ​ການ​ເມືອງ ​ໄດ້​ສ້າງ​ພື້ນຖານ​ເພື່ອ​ໃຫ້ 2 ປະ​ເທດ​ຮ່ວມ​ມືນຳກັນ​ນັບ​ມື້​ນັບ​​ແໜ້ນ​ແຟ້ນ ​ແລະ ມີ​ປະສິດທິ​ຜົນ​ໃນ​ຫຼາຍ​ຂົງ​ເຂດ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ປາດ​ຖະໜາວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ສະມາຄົມ​ມິດຕະພາບ​ລະຫວ່າງ 2 ປະ​ເທດ​ຈະ​ເສີມ​ຂະຫຍາຍ​ບັນດາ​ຂໍ້​ລິ​ເລີ່​ມ​ໃນ​ການຈັດ​ຕັ້ງ​ການ​ເຄື່ອນ​ຕ່າງໆ ​ເພື່ອ​ແນ​ໃສ່​ຊຸກຍູ້​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ລະຫວ່າງ​ປະຊາຊົນ 2 ປະ​ເທດ​ກ່ວາ​ອີກ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດນາມ - ຍີ່ປຸ່ນ. ຜູ້ຕາງໜ້າຄະນະ​ຜູ້​ແທນ​ງານມະ​ໂຫລານ​ມິດຕະພາບ​ຫວຽດນາມ - ຍີ່ປຸ່ນ ຢືນຢັນ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ສະມາຄົມ​ມິດຕະພາບ ຈະ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ແນ​ໃສ່​ເສີມ​ຂະຫຍາຍ​ບັນດາ​ໝາກຜົນ​ຮ່ວມ​ມື​ໃນ​ເມື່ອ​ກ່ອນ, ​ເພີ່ມ​ທະວີ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ ​ແລະ ປະກອບສ່ວນຢ່າງ​ຕັ້ງໜ້າເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດນາມ - ຍີ່ປຸ່ນ​.

ຂ່າວ/ບົດ​ອື່ນ