ຮອງປະທານປະເທດ ຫງວຽນທິຢວານມອບ ນາມມະຍົດ“ແມ່ ຫວຽດນາມວິລະຊົນ“ ຢູ່ແຂວງບັກນິງ
(ພາບ: bacninh.gov.vn)
(vovworld)– ຕອນເຊົ້າວັນທີ 9/12, ຢູ່ນະຄອນບັກນິງ ແຂວງບັກນິງ, ໄດ້ຈັດພິມີມອບນາມມະຍົດແຫ່ງລັດ “ແມ່ຫວຽດນາມວິລະຊົນ“. ຕາງໜ້າໃຫ້ພັກ ແລະ ລັດ, ທ່ານນາງຮອງປະທານປະເທດຫງວຽນທິຢວານ ໄດ້ມອບນາມມະຍົດ “ແມ່ຫວຽດນາມວິລະຊົນ“ ໃຫ້ແກ່ບັນດາແມ່ຫວຽດນາມວິລະຊົນແຂວງບັກນິງ. ທ່ານນາງຮອງປະທານປະເທດຫງວຽນທິຢວານ ຢືນຢັນວ່າ: ເລື່ອງມອບນາມມະຍົດ “ແມ່ຫວຽດນາມວິລະຊົນ“ ແມ່ນການຮັບຮູ້ຂອງປະເທດຊາດຕໍ່ຄຸນງາມຄວາມດີ ແລະ ການເສຍສະຫລະຂອງບັນດາແມ່. ທີ່ພິທີ, ບັນດາອົງການ, ວິສາຫະກິດໄດ້ຮັບລ້ຽງດູບັນດາແມ່ຕະຫຼອດຊີວິດ, ປະກອບສ່ວນບັນເທົາຄວາມເຈັບປວດ, ເສຍຫາຍ, ຊ່ວຍບັນດາຄອບຄົວທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດເພື່ອໃຫ້ເຂົາເຈົາບື່ນຕົວຂຶ້ນໃນຊີວິດການເປັນຢູ່./.