ທ່ານນາງ ຫງວຽນທິຢວານ ຮອງປະທານປະເທດຫວຽດນາມ ແລະ ສາດສະດາຈານ ເລກິມງອກ ແລະ ສາດສະດາຈານ ເຈີນແທງເວີນ |
(vovworld)- ຕອນເຊົ້າວັນທີ 8/7, ຢູ່ຮ່າໂນ້ຍ, ທ່ານນາງ ຫງວຽນທິຢວານ ຮອງປະທານປະເທດຫວຽດນາມ ໄດ້ປະດັບຫຼຽນໄຊມິດຕະພາບໃຫ້ແກ່ສາດສະດາຈານ ເລກິມງອກ ແລະ ສາດສະດາຈານ ເຈີນແທງເວີນ. ນີ້ແມ່ນລາງວັນອັນສູງສົ່ງທີ່ສຸດທີ່ສະຫງວນໃຫ້ແກ່ຊາວຫວຽດນາມຜູ້ຖືສັນຊາດຕ່າງປະເທດ, ຍ້ອນໄດ້ມີບັນດາຜົນງານ ປະກອບສ່ວນໃຫ້ແກ່ການພັດທະນາຂອງຫວຽດນາມ ແລະ ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບລະຫວ່າງຫວຽດນາມກັບປະເທດຕ່າງໆໃນໂລກ. ກວ່າ 40 ປີທີ່ຜ່ານມາ, ດ້ວຍຈິດໃຈຮັກແພງເດັກ ແລະ ເມົາມົວກັບວິທະຍາສາດ, ສາດສະດາຈານ ເລກິມງອກ ແລະ ສາດສະດາຈານ ເຈີນແທງເວີນ ໄດ້ມີການອຸທິດສ່ວນຫຼາຍຢ່າງໃຫ້ແກ່ພາລະກິດປົກປ້ອງ ແລະ ເບິ່ງແຍງເດັກ ກໍຄືການພັດທະນາຂອງພື້ນຖານວິທະຍາສາດ, ການສຶກສາຢູ່ຫວຽດນາມ.