ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ອວຍພອນຜູ້ມີຍົກສັກຕຳແໜ່ງທາງສາສະໜາພຸດ ຫວຽດນາມ ເນື່ອງໃນໂອກາດວັນບຸນວິສາຂະບູຊາ
(VOVWORLD) -ທ່ານຮອງປະທານຜູ້ປະຈຳການ ສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ໄປຢ້ຽມຢາມ, ອວຍພອນ ພະມະຫາອາຈານ ທິກແທັງຫຍຽວ, ຮອງປະທານຜູ້ປະຈຳການສະພາບໍລິຫານງານ ສະມາຄົມພຸດທະສາສະໜາ ຫວຽດນາມ ເນື່ອງໃນໂອກາດວັນບຸນວິສາຂະບູຊາ າ ພສ.2565 ແລະ ສະເຫຼີມສະຫຼອງວັນສ້າງຕັ້ງສະມາຄົມພຸດທະສາສະໜາ ຫວຽດນາມ ຄົບຮອບ 40 ປີ.
ຕອນເຊົ້າວັນທີ 19 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານຮອງປະທານຜູ້ປະຈຳການ ສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ໄປຢ້ຽມຢາມ, ອວຍພອນ ພະມະຫາອາຈານ ທິກແທັງຫຍຽວ, ຮອງປະທານຜູ້ປະຈຳການສະພາບໍລິຫານງານ ສະມາຄົມພຸດທະສາສະໜາ ຫວຽດນາມ ເນື່ອງໃນໂອກາດວັນບຸນວິສາຂະບູຊາ າ ພສ.2565 ແລະ ສະເຫຼີມສະຫຼອງວັນສ້າງຕັ້ງສະມາຄົມພຸດທະສາສະໜາ ຫວຽດນາມ ຄົບຮອບ 40 ປີ.
ທ່ານຮອງປະທານ ຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ຮັບຮູ້ ແລະ ຕີລາຄາສູງການປະກອບສ່ວນສຳຄັນ ແລະ ມີຄວາມໝາຍຂອງ ສະມາຄົມພຸດທະສາສະໜາ ຫວຽດນາມ ໃນໄລຍະຜ່ານມາ, ໂດຍສະເພາະ ແມ່ນວຽກງານສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ການປະຕິບັດບັນດາຂໍ້ກຳນົດໃນການປ້ອງກັນ, ສະກັດກັ້ນໂລກລະບາດ ໂຄວິດ - 19, ປະຕິບັດວຽກງານການກຸສົນໄດ້ເປັນຢ່າງດີ, ຕັ້ງໜ້າເຂົ້າຮ່ວມ ໂຄງການ ທົ່ວປະເທດຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ… ອັນໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາຂອງສັງຄົມ.