ຮອງປະທານພັກແຮງງານສປປ.ເກົາຫຼີຢ້ຽມຢາມສະຖາບັນວິທະຍາສາດກະສິກຳຫວຽດນາມ

(VOVWORLD) -ຕອນເຊົ້າວັນທີ 28 ກຸມພາ, ຢູ່ຮ່າໂນ້ຍ, ຄະນະຜູ້ແທນຂັ້ນສູງປະເທດ ສປປ.ເກົາຫຼີ ໂດຍທ່ານຮອງປະທານພັກແຮງງານສປປ.ເກົາຫຼີ Ri Su Yong ນຳໜ້າ, ໄດ້ໄປຢ້ຽມຢາມສະຖາບັນວິທະຍາສາດກະສິກຳຫວຽດນາມ.

ຮອງປະທານພັກແຮງງານສປປ.ເກົາຫຼີຢ້ຽມຢາມສະຖາບັນວິທະຍາສາດກະສິກຳຫວຽດນາມ - ảnh 1 ທ່ານຮອງປະທານພັກແຮງງານສປປ.ເກົາຫຼີຢ້ຽມຢາມສະຖາບັນວິທະຍາສາດກະສິກຳຫວຽດນາມ

(ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານຫົວໜ້າສະຖາບັນວິທະຍາສາດກະສິກຳຫວຽດນາມ, ສາດສະດາຈານ, ປະລິຍາເອກ ຫງວຽນຮົ່ງເຊີນ ໄດ້ແນະນຳກ່ຽວກັບບັນດາຜະລິດຕະພັນກະສິກຳທ່າແຮງຂອງຫວຽດນາມ ພ້ອມທັງຖືວ່າ, ນີ້ແມ່ນກາລະໂອກາດເພື່ອເພີ່ມທະວີການແລກປ່ຽນຂ້ໍມູນຂ່າວສານ ຈາກນັ້ນ ເພີ່ມທະວີການຮ່ວມມືດ້ານວິທະຍາສາດເຕັກໂນໂລຊີໃນກະສິກຳ, ຜ່ານນັ້ນ ເພີ່ມທະວີຄວາມສາມັກຄີມິດຕະພາບ ແລະ ການຮ່ວມມືໃນຂົງເຂດຄົ້ນຄວ້າວິທະຍາສາດ, ພັດທະນາເສດຖະກິດລະຫວ່າງ 2 ປະເທດ.

        ສ່ວນທ່ານຮອງປະທານພັກແຮງງານສປປ.ເກົາຫຼີ Ri Su Yong, ກໍ່ສະແດງຄວາມເອົາໃຈໃສ່ເຖິງເຕັກນິກການປູກຝັງບັນດາຕົ້ນທັນຍາຫານຂອງຫວຽດນາມ ຄື: ເຂົ້າສານ, ສາລີ, ມັນຝລັ່ງ ແລະ ປາດຖະໜາວ່າ ຫວຽດນາມ ໜູນຊ່ວຍຍູ້ແຮງການພັດທະນາເຂົ້າສານຊະນິດຕ່າງໆທີ່ມີສະມັດຕະພາບສູງ.

        ຄາດວ່າ, ໃນຕອນບ່າຍວັນດຽວກັນ, ຄະນະຜູ້ແທນຂັ້ນສູງພັກແຮງງານສປປ.ເກົາຫຼີ ຈະໄປຢ້ຽມຢາມກຸ່ມບໍລິສັດໂທລະສົມມະນາຄົມກອງທັບ Viettel ແລະ ສະຫະກອນຕາແສງ ດານຮ່ວາຍ, ເມືອງ ດານເຟື້ອງ, ຮ່າໂນ້ຍ, ຕາມລາຍການປະຕິບັດງານຂອງຄະນະຢູ່ຫວຽດນາມ.

        ກ່ອນໜ້ານັ້ນ, ໃນຕອນເຊົ້າວັນດຽວກັນ, ຄະນະຜູ້ແທນຂັ້ນສູງພັກແຮງງານສປປ.ເກົາຫຼີ ໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫາຍເຢືອງ.

ຕອບກັບ

ຂ່າວ/ບົດ​ອື່ນ