ຮອງປະທານສະພາແຫ່ງຊາດຕ່ອງທິຟອງຕ້ອນຮັບຄະນະຜູ້ແທນສະມາຊິກສະພາແຫ່ງຊາດແຂວງດົ່ງນາຍຜ່ານໄລຍະຕ່າງໆ
ທ່ານນາງຮອງປະທານສະພາແຫ່ງຊາດຕ່ອງທິຟອງຕ້ອນຮັບ
ຄະນະຜູ້ແທນສະມາຊິກສະພາແຫ່ງຊາດແຂວງດົ່ງນາຍຜ່ານໄລຍະຕ່າງໆ
(ພາບ: TTXVN)
(vovworld) – ທີ່ການຕ້ອນຮັບຄະນະຜູ້ແທນສະມາຊິກສະພາແຫ່ງຊາດແຂວງດົ່ງນາຍ ຜ່ານໄລຍະຕ່າງໆ, ທ່ານນາງ ຕ່ອງທິຟອງ, ກຳມະການກົມການເມືອງ, ຮອງປະທານສະພາແຫ່ງຊາດຫວຽດນາມ ໃຫ້ຮູ້ວ່າ, ປະຈຸບັນ, ການເຄື່ອນໄຫວຂອງສະພາແຫ່ງຊາດ ພວມປ່ຽນໃໝ່ເທື່ອລະກ້າວ. ດ້ວຍຄວາມຮັບຜິດຊອບ, ພາລະໜ້າທີ່, ບົດບາດ, ສິດອຳນາດຂອງສະພາແຫ່ງຊາດ ແມ່ນສ້າງລັດຖະທຳມະນູນ ແລະ ກົດໝາຍ, ສະພາແຫ່ງຊາດຊຸດທີ 13 ໄດ້ສືບທອດຜົນແຫ່ງການເຄື່ອນໄຫວຂອງບັນດາຊຸດກ່ອນ ແລະ ມີການປ່ຽນໃໝ່. ລັດຖະທຳມະນູນ 2013 ແລະ ບັນດາກົດໝາຍສຳຄັນ ກ່ຽວຂ້ອງເຖິງກົງຈັກການເມືອງ, ສິດຂອງມະນຸດ, ສິດຂອງພົນລະເມືອງ ໄດ້ຮັບການປັບປຸງ, ປະກາດໃຊ້. ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟອງ ປາດຖະໜາວ່າ, ບັນດາຜູ້ແທນຈະສືບຕໍ່ປະກອບຄຳເຫັນກ່ຽວກັບການຜັນຂະຫຍາຍ, ວິທີຄຸ້ມຄອງກິດຈະກຳ, ເສີມຂະຫຍາຍກຳລັງຄວາມສາມດຕິດຕາມກວດກາ ໃນການສ້າງບັນດາກິດຈະກຳຈຸດສຸມແຫ່ງຊາດ.
ທ່ານນາງຮອງປະທານສະພາແຫ່ງຊາດກໍໄດ້ແຈ້ງໃຫ້ຊາບວ່າ ຄະນະພັກສະພາແຫ່ງຊາດ ພວມຕັ້ງໜ້າກະກຽມຈັດຕັ້ງການເຄື່ອນໄຫວຫຼາຍຢ່າງ ເພື່ອມຸ່ງໄປເຖິງພິທີສະເຫຼີມສະຫຼອງ 70 ປີແຫ່ງວັນເລືອກຕັ້ງທົ່ວປະເທດຄັ້ງທຳອິດ (06/01/1946 – 06/01/2016), ເຊິ່ງຄາດວ່າຈະຈັດຂຶ້ນໃນລະຫວ່າງວັນທີ 01 – 06/01/2016.