ຮອງປະທານສະພາແຫ່ງຊາດຕ່ອງທິຟ໋ອງຕ້ອນຮັບເລຂາທິການໃຫຍ່
ພັກFMLN,El Salvador
(ພາບ: Phương Hoa - TTXVN)
|
(vovworld) – ຕອນບ່າຍວັນທີ 7/5, ຢູ່ ຮ່າໂນ້ຍ, ທ່ານນາງຮອງປະທານສະພາແຫ່ງຊາດ ຫວຽດນາມ ຕ່ອງທິຟ໋ອງ ໄດ້ໃຫ້ການຕ້ອນຮັບທ່ານ Medardo Gonzales, ເລຂາທິການໃຫຍ່ພັກແນວໂຮມປົດປ່ອບຊາດ Farabundo Marti (FMLN), El Salvador ມາຢ້ຽມຢາມ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ຫວັງວ່າ: ພັກແນວໂຮມປົດປ່ອບຊາດ Farabundo Marti ຈະສືບຕໍ່ຜ່ານຜ່າທຸກໆຄວາມຫຍຸ້ງຍາກເພື່ອຍາດເອົາໄຊຊະນະອັນໃຫຍ່ຫຼວງກ່ວາອີກເພື່ອສັນຕິພາບ, ເອກະລາດຂອງຊາດ, ປະຊາທິປະໄຕ, ຄວາມກ້າວໜ້າ ແລະ ຄວາມຍຸຕິທຳສັງຄົມ. ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ຢືນຢັນວ່າ: ສະພາແຫ່ງຊາດ ຫວຽດນາມ ຈະສືບຕໍ່ຮ່ວມມືກັບສະພາແຫ່ງຊາດ El Salvador ໃນການພົວພັນ 2 ຝ່າຍກໍ່ຄືຢູ່ບັນດາເວທີປາໄສລັດຖະສະພາຫຼາຍຝ່າຍ.
ທ່ານເລຂາທິການໃຫຍ່ Medardo Gonzales ຫວັງວ່າ: ໃນໄລຍະຈະມາເຖິງ, ຫວຽດນາມ ແລະ El Salvador ຈະພ້ອມກັນແບ່ງປັນຂໍ້ມູນຂ່າວ, ບົດຮຽນໃນການເຄື່ອນໄຫວ, ແລກປ່ຽນຄະນະຜູ້ແທນຂັ້ນສູງປະກອບສ່ວນຊຸກຍູ້ການພົວພັນລະຫວ່າງ 2 ປະເທດໃຫ້ນັບມື້ນັບພັດທະນາ.