(vovworld) – ຕອນບ່າຍວັນທີ 16/7, ຢູ່ສຳນັກງານສະພາແຫ່ງຊາດຫວຽດນາມ, ທ່ານນາງຮອງປະທານສະພາແຫ່ງຊາດ Nguyen Thi Kim Ngan ໄດ້ໃຫ້ການຕ້ອນຮັບຄະນະນັກລົງທຶນອາເມລິກາ ໂດຍດຣ Robert Livingston, ປະທານ, ອຳນວຍການກຸ່ມບໍລິສັດ Livingston Group LLC ຢູ່ວໍວິງເຕັນ DC, ອະດີດປະທານສະພາຕໍ່າຜູ້ທີ 106 ຂອງສະພາແຫ່ງຊາດສະຫະລັດອາເມລິກາ, ເປັນຫົວໜ້າຄະນະ, ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ແຕ່ວັນທີ 15 – 20/7. ໂດຍສະແດງຄວາມປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດການຄ້າກັບອາເມລິກາກວ່າອີກ, ທ່ານນາງຮອງປະທານສະພາແຫ່ງຊາດ Nguyen Thi Kim Ngan ໄດ້ຢືນຢັນວ່າ; ຍາມໃດລັດຖະບານ ແລະ ສະພາແຫ່ງຊາດຫວຽດນາມ ກໍຊົມເຊີຍ ແລະ ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດານັກລົງທຶນຕ່າງປະເທດເວົ້າລວມ ແລະ ນັກລົງທຶນອາເມລິກາ ເວົ້າສະເພາະ ມາລົງທຶນດຳເນີນທຸລະກິດຢູ່ຫວຽດນາມ.