ຮອງປະທານສະພາແຫ່ງຊາດພົບປະກັບຄະນະຜູ້ແທນເປັນແບບຢ່າງທີ່ດີເດັ່ນເຂົ້າຮ່ວມກອງປະຊຸມໃຫຍ່ແຂ່ງຂັນ
(ທ່ານນາງ ຕ່ອງທິຟ໋ອງ, ຮອງປະທານສະພາແຫ່ງຊາດ
ພົບປະບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່)
(vovworld) - ເນື່ອງໃນໂອກາດກອງປະຊຸມໃຫຍ່ແຂ່ງຂັນຕັດສິນໃຈຍາດເອົາໄຊຊະນະທົ່ວກອງທັບຄັ້ງທີ 9, ເຊິ່ງດຳເນີນຢູ່ນະຄອນຫຼວງຮ່າໂນ້ຍ, ໃນຕອນເຊົ້າວັນທີ 30/06, ທີ່ຫໍປະຊຸມ ຢຽນຮົ່ງ. ທ່ານນາງ ຕ່ອງທິຟ໋ອງ, ກຳມະການກົມການເມືອງ, ຮອງປະທານສະພາແຫ່ງຊາດ ໄດ້ພົບປະບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ຢ່າງສະໜິດສະໜົມ. ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ເນັ້ນໜັກວ່າ, ຕໍ່ໜ້າບັນດາການຜັນແປຢ່າງສັບສົນທີ່ພວມເກີດຂຶ້ນໃນໂລກ ແລະ ພາກພື້ນ, ຕໍ່ໜ້າການທຳລາຍຢ່າງຂ້ຽວຂາດຂອງບັນດາອິດທິກຳລັງທີ່ເປັນປໍລະປັກຜ່ານຍຸດທະສາດ “ການຫັນປ່ຽນໂດຍສັນຕິ”, “ຫັນກອງທັບປອດການເມືອງ”, ທີ່ພວມວາງອອກຄວາມຮຽກຮ້ອງ ແລະ ໜ້າທີ່ໃໝ່ສູງກວ່າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ. ສະນັ້ນ, ຂະບວນການຕັດສິນໃຈຍາດເອົາໄຊຊະນະຂອງທົ່ວກອງທັບ ຕ້ອງມີການພັດທະນາຢ່າງແຮງກວ່າອີກ ເພື່ອແນໃສ່ສ້າງກຳລັງໜູນສຳຄັນໃນການກໍ່ສ້າງກອງທັບ, ປັບປຸງກຳລັງຄວາມສາມາດໃນການປ້ອງກັນຊາດ.