ຮອງປະທານສະພາແຫ່ງຊາດຫວຽດນາມຕ້ອນຮັບຄະນະຜູ້ແທນສູນກາງສະມາຄົມມິດຕະພາບລາວ-ຫວຽດນາມ

ຮອງປະທານສະພາແຫ່ງຊາດຫວຽດນາມຕ້ອນຮັບຄະນະຜູ້ແທນສູນກາງສະມາຄົມມິດຕະພາບລາວ-ຫວຽດນາມ - ảnh 1
ທ່ານ ນາງ ຕ່ອງ​ທິ​ຟ໋ອງ​​ຕ້ອນ​ຮັບຄະ​ນະ​ຜູ້​ແທນ​ສູນ​ກາງ​ສະ​ມາ​ຄົມ​ມິດ​ຕະ​ພາບ
​ລາວ-ຫວຽດ​ນາມ ໂດຍ​ ທ່ານ ວິ​ໄລ​ວົງ ບຸດ​ດາ​ຄຳ, ຫົວ​ໜ້າ​ຄະ​ນະ

(vovworld)- ​ຕອນ​ບ່າຍ ວັນ​ທີ 23/11, ​ທີ່ສຳ​ນັກ​ງານ​ສະ​ພາ​ແຫ່ງ​ຊາດ,  ທ່ານ ນາງ ຕ່ອງ​ທິ​ຟ໋ອງ, ຮອງ​ປະ​ທານ​​ຜູ້ປະ​ຈຳ​​ການສະ​ພາ​ແຫ່ງ​ຊາດຫວຽດ​ນາມ ໄດ້​​ຕ້ອນ​ຮັບຄະ​ນະ​ຜູ້​ແທນ​ສູນ​ກາງ​ສະ​ມາ​ຄົມ​ມິດ​ຕະ​ພາບ​ລາວ-ຫວຽດ​ນາມ ໂດຍ​ ທ່ານ ວິ​ໄລ​ວົງ ບຸດ​ດາ​ຄຳ, ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ແຜນ​ການ-ການ​ເງິນ ແລະ ກວດ​ສອບ ​ຂອງ​ສະ​ພາ​ແຫ່ງ​ຊາດ​ລາວ, ປະ​ທານ​ສູນ​ກາງສະ​ມາ​ຄົມ​ມິດ​ຕະ​ພາບ​ລາວ-ຫວຽດ​ນາມ ນຳ​ໜ້າ​ຄະ​ນະ ພວມ​ຢ້ຽມ​ຢາມ ແລະ ເຮັດ​ວຽກ ຢູ່​ຫວຽດ​ນາມ. ທ່ານ ນາງ ຕ່ອງ​ທິ​ຟ໋ອງ, ຮອງ​ປະ​ທານ​​ສະ​ພາ​ແຫ່ງ​ຊາດ ເຊື່ອ​ໝັ້ນ​ວ່າ: ການ​ຢ້ຽມ​ຢາມ​ຂອງ​ຄະ​ນະ ຈະ​ປະ​ກອ​ບ​ສ່ວນ​ປັບ​ປຸງ, ເພີ່ມ​ທະ​ວີ​ນຳ​ໃຈ​ສາ​ມັກ​ຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອ​ບ​ດ້ານ ລະ​ຫວ່າງ ສອງ​ພັກ, ສອງ​ລັດ. ທ່ານ ນາງ ຕ່ອງ​ທິ​ຟ໋ອງ, ຮອງ​ປະ​ທານ​​ສະ​ພາ​ແຫ່ງ​ຊາດ ຢືນ​ຢັນ​ວ່າ: ຫວຽດ​ນາມ​ ຈະ​ສົມ​ທົບ​ ​ກັບ​ລາວ ຢ່າງ​ແໜ້ນ​ແຟ້ນ ​ໃນ​ການ​ຈັດ​ຕັ້ງບັນ​ດາ​ການ​ເຄື່ອນ​ໄຫວ: ສະ​ເຫຼີມ​ສະຫຼອງ 55 ປີ ແຫ່ງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ ຫວຽດ​ນາມ-ລາວ ແລະ 40 ປີ ແຫ່ງວັນ​ເຊັນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ, ການ​ຮ່ວມ​ມື ຫວຽດ​ນາມ-ລາວ, ​ທີ່​ພິ​ທີ​ເປີດ​ສະຫຼອງປູ່​ສະ​ນີ​ຍະສະ​ຖານປະ​ຫວັດ​ສາດ ​ຫວຽດ​ນາມ-ລາວ, ລາວ​-ຫວຽດ​ນາ​ມ. ທ່ານ ນາງ ຕ່ອງ​ທິ​ຟ໋ອງ, ຮອງ​ປະ​ທານ​ ສະ​ພາ​ແຫ່ງ​ຊາດ ສະ​ເໜີ ສູນ​ກາງ​ສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ-ລາວ, ລາວ-ຫວຽດ​ນາມ ຍູ້​ແຮງວຽກ​ງານ​ໂຄ​ສະ​ນາ​ເຜີຍ​ແຜ່ ​ໃນ​ປະ​ຊາ​ຊົນ​ທຸກ​ຊັ້ນ​ຄົນ, ເປັນ​ຕົ້ນ​ແມ່ນ​ຄົນ​ລຸ່​ນໜຸ່ມ​ສອງ​ປະ​ເທດ ກ່ຽວ​ກັບ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອ​ບ​ດ້ານ ລະ​ຫວ່າງ ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ