ຮອງປະທານສະພາແຫ່ງຊາດຫວຽດນາມພົບປະເຈລະຈາກັບການນຳສະພາສູງ, ສະພາຕຳ່ລັດເຊຍ
ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ແລະ ກຸ່ມສະມາຊິກລັດຖະສະພາຮ່ວມມືກັບສະພາແຫ່ງຊາດຫວຽດນາມ
(ພາບ: ອິນເຕີແນດ)
(vovworld) – ໃນຂອບເຂດການຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການໃນລະຫວ່າງວັນທີ 20-23/9/2015 ແລະ ເຂົ້າຮ່ວມເວທີປາໄສແມ່ຍິງອາຊີ - ເອີລົບ ຄັ້ງທຳອິດ, ແຕ່ວັນທີ 24-25/9/2015. ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຕ່ອງທິຟ໋ອງ ໄດ້ເຂົ້າຢ້ຽມຄຳນັບປະທານສະພາສະຫະພັນ Valentina Matvienko, ພົບປະເຈລະຈາກັບທ່ານຮອງປະທານ ຜູ້ທີໜຶ່ງ ດູມາແຫ່ງຊາດລັດເຊຍ Ivanovich Melnikov, ພົບປະກັບຮອງປະທານສະພາສະຫະພັນລັດເຊຍ Umakhanov ແລະ ການນຳກຸ່ມສະມາຊິກລັດຖະສະພາຮ່ວມມືກັບສະພາແຫ່ງຊາດຫວຽດນາມ ຂອງສະພາສະຫະພາບ. ໃນການພົບປະເຈລະຈາຕ່າງໆ, ສອງຝ່າຍເຫັນດີເປັນເອກະພາບນຳກັນວ່າ, ໃນໄລຍະຈະມາເຖິງ, ຄວນມານະພະຍາຍາມເຮັດໃຫ້ການພົວພັນຮ່ວມມືລັດຖະສະພາລະຫວ່າງສອງປະເທດເລິກເຊິ່ງ, ມີປະສິດທິຜົນ ແລະ ແທດຈິງກວ່າອີກ, ສະພາແຫ່ງຊາດສອງປະເທດຄວນໃຫ້ສັດຕະຍາບັນໂດຍໄວ ແລະ ສົມທົບກັນໃນການເພີ່ມທະວີການຕິດຕາມກວດກາ ການຜັນຂະຫຍາຍການປະຕິບັດບັນດາສັນຍາທີ່ໄດ້ຮັບການລົງນາມລະຫວ່າງລັດຖະບານ ແລະ ບັນດາກະຊວງ, ຂະແໜງການຂອງສອງປະເທດ; ການນຳສະພາແຫ່ງຊາດສອງປະເທດ ສະເໜີໃຫ້ສອງອົງການນິຕິບັນຍັດ ສືບຕໍ່ເພີ່ມທະວີການເຄື່ອນໄຫວຮ່ວມມືຕ່າງໆລະຫວ່າງສອງກຸ່ມສະມາຊິກລັດຖະສະພາມິດຕະພາບ; ແລກປ່ຽນຄະນະຜູ້ແທນ; ສະໜັບສະໜນູກັນໃນບັນດາເວທີປາໄສລັດຖະສະພາຫຼາຍຝ່າຍເຊິ່ງທັງສອງຝ່າຍເຂົ້າຮ່ວມ. ເມື່ອຕີລາຄາສູງບົດບາດຂອງກຸ່ມສະມາຊິກລັດຖະສະພາລັດເຊຍ - ຫວຽດນາມ ໃນການຊຸກຍູ້ການພົວພັນສອງຝ່າຍ. ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຕ່ອງທິຟ໋ອງ, ໃຫ້ຮູ້ວ່າ:
“ຄະນະພວກຂ້າພະເຈົ້າເຫັນດີເປັນຢ່າງສູງຕໍ່ແບບວິທີເຈລະຈາຄືແນວນີ້ ແລະ ຢືນຢັນວ່າ, ກຸ່ມສະມາຊິກລັດຖະສະພາມິດຕະພາບຫວຽດນາມ - ລັດເຊຍ ໄດ້ປະກອບສ່ວນຊຸກຍູ້ສາຍພົວພັນລະຫວ່າງສະພາແຫ່ງຊາດສອງປະເທດ ກໍ່ຄືສະໜັບສະໜູນກັນໃນເວທີປາໄສສາກົນ. ອາດເວົ້າໄດ້ວ່ານີ້ແມ່ນແບບຢ່າງແຫ່ງການພົວພັນລະຫວ່າງສອງກຸ່ມສະມາຊິກລັດຖະສະພາຫວຽດນາມ - ລັດເຊຍ“.